• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຈຸບັນລັດຖະບານພວມສຸມໃສ່ຕິດພັນກັບບັນດາແຜນການຢ່າງໃກ້ຊິດເພື່ອບັນລຸເປົ້າໝາຍເຕີບໂຕ

ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ບັນດາບົດລາຍງານຂອງລັດຖະບານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດ
ທ່ານ ເລຫືວຈີ, ສະມາຊິກສະພາແຫ່ງຊາດແຂວງ ແຄງຮວ່າ (ພາບ: VNA)

ຕອນເຊົ້າວັນທີ 31 ຕຸລາ, ຢູ່​ຫໍ​ສະ​ພາແຫ່ງຊາດ (ຮ່າໂນ້ຍ), ສະພາແຫ່ງຊາດສືບ​ຕໍ່​​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການພັດທະນາເສດ​ຖະ​ກິດ - ສັງຄົມ ປີ 2026 ແລະ ​​ສ້າງແຜນ​ການພັດທະນາເສດຖະກິດ - ສັງຄົມ ປີ 2027. ປະ​ກອບ​ຄຳ​ເຫັນ​ທີ່​ວາ​ລະປະຊຸມ, ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ແດງຄວາມເຫັນດີເປັນເອກະພາບ​ສູງ​ຕໍ່​ບັນ​ດາບົດລາຍງານຂອງລັດຖະບານ​ທີ່​ຈະ​ຍືນ​ສະ​ເໜີຕໍ່ສະພາແຫ່ງຊາດ, ​ຕີ​ລາ​ຄາປີ 2026, ລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳຢ່າງ​ຂ້ຽວຂາດ​ເພື່ອ​ຫັນບັນ​ດານະໂຍບາຍ ແລະ ມະຕິຂອງກົມການເມືອງເປັນ​​ລະ​ບອ​ບ​ລະ​ບຽບ​ການ, ແກ້ໄຂ​ຈຸດ​ອຸດ​ຕັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປຸກ​ລຸກ​ແຫຼ່ງ​ກຳ​ລັງເພື່ອ​ຮັບ​ໃຊ້​ໃຫ້​ແກ່ເປົ້າໝາຍການເຕີບໂຕສອງຕົວເລກ.

ເອົາ​ໃຈ​ໃສ​ເຖິງ​ມາດ​ຕະ​ການ​ຮັກ​ສາ​ທ່າ​ເຕີບ​ໂຕ ແລະ ປະ​ສິດ​ທິ​ຜົນການນຳໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງພັດທະນາ, ທ່ານ ເລຫືວຈີ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ ແຄງຮວ່າ, ສະເໜີວ່າ:

ຕ້ອງຫັນປ່ຽນແປງຢ່າງແຮງຈາກການເຕີບໂຕ​​ຕາມຂອບຂະໜາດໄປສູ່ການ​ເຕີບ​ໂຕ​ໂດຍ​ອີງ​ໃສ່ສະ​ມັດ​ຕະ​ພາບ, ເຕັກໂນໂລຊີ ແລະ ມູນຄ່າເພີ່ມຢູ່ພາຍໃນປະເທດ. ຕ້ອງ​ຕີ​ລາ​ຄາ, ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ບັນ​ດາ​ໝາກ​ຜົນ​ນີ້​ໄດ້​ສ້າງ​ຂຶ້ນຕໍ່ເສດຖະກິດ​ຢ່າ​ງ​ເລິກ​ເຊິ່ງ. ຕ້ອງ​​ມີມາດ​ຕະ​ການແກ້ໄຂ​ລະ​ອຽດເພື່ອ​ຍົກ​ສູງ​ກຳ​ລັງຄວາມສາມາດຂອງ​ວິ​ສາ​ຫະ​ກິດພາຍໃນປະເທດ, ​ຊຸກ​ຍູ້​ການຖ່າຍ​ທອດເຕັກໂນໂລຊີ, ຍົກ​ສູງຄຸນນະພາບ​ແຫຼ່ງຊັບພະຍາກອນມະນຸດ.

ໂດຍ​ເຮັດ​ແຈ້ງບັນ​ດາ​ມາດ​ຕະ​ການແກ້ໄຂຂອງລັດຖະບານເພື່ອບັນລຸເປົ້າ​ໝາຍເຕີບໂຕສອງຕົວເລກ, ທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ຢືນຢັນວ່າ ລັດຖະບານ​ພວມສຸມໃສ່ການຕິດຕາມ​ບັນ​ດາ​ແຜນ​ການ​ຢ່າງ​ໃກ້​ຊິດ​ເພື່ອ​ຊີ້​ນຳ. ກໍ່​ທີ່​ວາ​ລະ​ປະ​ຊຸ​ມ, ​ລັດ​ຖະ​ມົນ​ຕີ​ບັນ​ດາ​ກະ​ຊວງ: ກະຊວງການເງິນ; ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ກະຊວງສຶກສາ ແລະ ບຳ​ລຸງ​ສ້າງ ໄດ້ອະພິບາຍ ​ເຮັດແຈ້ງ​ບັນ​ດາ​ເນື້ອ​ໃນ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້ຍົກ​ອອກມາ.

(ແຫຼ່ງຄັດຈາກ VOV)

ເສດຖະກິດຂອງເຂດ Eurozone ເຕີບໂຕ 0.4% ໃນໄຕມາດທີສາມ, ລື່ນກາຍການຄາດຄະເນ

ເສດຖະກິດຂອງເຂດ Eurozone ເຕີບໂຕ 0.4% ໃນໄຕມາດທີສາມ, ລື່ນກາຍການຄາດຄະເນ

ໝາກຜົນໃນໄຕມາດທີສາມສະແດງໃຫ້ເຫັນວ່າ Eurozone ຍັງຄົງຮັກສາທ່າເຕີບໂຕໄວ້, ແຕ່ຍັງບໍ່ທັນບໍ່ສະໝໍ່າສະເໝີ ແລະ ຍັງອີງໃສ່ກຳລັງໜູນໃດໜຶ່ງ.

Top