• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ປທ ດ່າມທິລານ ແລະ ບັນດາປະດິດສ້າງ ກຳຈັດຂີ້ເຫຍື້ອຢູ່ ຫວຽດນາມ

ຮຽນຢູ່ຂະແໜງສິ່ງແວດລ້ອມຕັ້ງແຕ່ເວລາຍັງເປັນນັກສຶກສາ, ປທ ດ່າມທິລານ (ອາຈານສອນຢູ່ມະຫາວິທະຍາໄລ ກໍ່ສ້າງ, ຜູ້ອຳນວຍການ ບໍລິສັດຫຸ້ນສ່ວນ ພະລັງງານ ແລະ ສິ່ງແວດລ້ອມສັບພະວິຊາ ຮ່າໂນ້ຍ) ແກ້ໄຂບັນຫາຂີ້ເຫຍື້ອຢູ່ ຫວຽດນາມ ດ້ວຍ ເຕົາຈູດຂີ້ເຫຍື້ອ BD – Anpha. ນີ້ແມ່ນຜະລິດຕະພັນ ທີ່ເຄີຍ ໄດ້ຮັບຫຼາຍລາງວັນຢູ່ພາຍໃນ ແລະ ຕ່າງປະເທດ, ຍ້ອນມັນ ມີລັກສະນະດີເດັ່ນໃນການກຳຈັດຂີ້ເຫຍື້ອສະເພາະຂອງ ຫວຽດນາມ.  
ເວລາຍັງຮຳ່ຮຽນຢູ່ໂຮງຮຽນຊັ້ນສູງ, ຂະແໜງເຕັກນິກຄວາມຮ້ອນ-ໜາວ (Heat & Refrigeration Engineering), ຂຶ້ນກັບມະຫາ ວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, ໄດ້ເຫັນກັບຕາສະພາບແວດ ລ້ອມເປັນພິດ ຍ້ອນຂີ້ເຫຍື້ອຢູ່ເຂດຊົນນະບົດ, ປທ ດ່າມທິລານ ຈຶ່ງມີແນວຄວາມຄິດຈະຊອກຫາວິທີແກ້ໄຂເພື່ອຊ່ວຍເຫຼືອ ປະຊາຊົນທີ່ພວມອາໄສຢູ່ເຂດຊົນນະບົດ. ເວລາໄດ້ຮຽນຊັ້ນເໜືອ ມະຫາ, ຂະແໜງພະລັງ ງານ ແລະ ສິ່ງແວດລ້ອມ, ປທ ດ່າມທິລານ ສືບຕໍ່ປະຕິບັດແນວຄວາມຄິດຂອງຕົນຜ່ານການຄົ້ນຄວ້າ, ທົດລອງ ໃຊ້ເຕົາຈູດຂີ້ເຫຍື້ອ ທີ່ມີກຳລັງແຮງ 500 ກິໂລກຼາມ/ຊົ່ວໂມງ. 

ເວລານັ້ນ, ຜົວຂອງເພິ່ນແມ່ນ ປທ ຫງວຽນວັນກວ່ຽນ, ອາຈານສອນຢູ່ສະຖາບັນວິທະຍາສາດ ເຕັກໂນໂລຊີ ຄວາມຮ້ອນ-ໜາວ, ມະຫາ ວິທະຍາໄລສັບພະວິຊາ ຮ່າໂນ້ຍ ກຳລັງມີແນວຄວາມຄິດກ່ຽວກັບຫຼັກມູນເຄື່ອນໄຫວຂອງເຕົາຈູດຂີ້ເຫຍື້ອ. 

ຕາມ ປທ ດ່າມທິລານ ແລ້ວ, ແຜນອອກແບບຂອງ ປທ ຫງວຽນ ວັນກວ່ຽນ ເມື່ອປະກອບເຂົ້າກັບແຜນອອກແບບຂອງເພິ່ນ ຈະກາຍເປັນຮ່າງປະກອບເຕົາຈູດຂີ້ເຫຍື້ອທີ່ສົມບູນແບບ ແລະ ອາດຈະເປັນ ໄປໄດ້. 

ປັດຈຸບັນ, ປທ ດ່າມທິລານ ເປັນອາຈານສອນຢູ່ມະຫາວິທະຍາໄລ ກໍ່ສ້າງ, ຜູ້ອຳນວຍການ ບໍລິສັດຫຸ້ນສ່ວນ ພະລັງງານ ແລະ ສິ່ງແວດລ້ອມສັບພະວິຊາ ຮ່າໂນ້ຍ. ພາບ: ກົງດາດ/VNP


ຈຸດເດັ່ນຂອງເຕົາຈູດຂີ້ເຫຍື້ອ BD-Anpha ແມ່ນນ້ອຍ, ຕິດຕັ້ງງ່າຍ,​ເນື້ອທີ່ນຳໃຊ້ໜ້ອຍ, ກໍ່ສ້າງໂດຍໄວ ແລະ ງ່າຍດາຍ, ເໝາະສົມກັບ
ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ. ພາບ: ກົງດາດ/VNP



ຜູ້ອຳນວຍການ ດ່າມທິລານ ແລະ ເພ່ືອນຮ່ວມງານ ທີ່ບໍລິສັດ ຫຸ້ນສ່ວນ ພະລັງງານ ແລະ ສິ່ງແວດລ້ອມສັບພະວິຊາ ຮ່າໂນ້ຍ. ພາບ: ກົງດາດ/VNP

ໄລຍະນັ້ນ ປທ ດ່າມທິລານ ໄດ້ໄປເກັບຊື້ຂີ້ເຫຍື້ອໝົດທຸກຢ່າງຂອງ ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ ມາເພື່ອທົດລອງເຕົາຈູດ ຂີ້ເຫຍື້ອຂອງຕົນ. 10 ຊົ່ວໂມງ/ຄືນ, ຂີ້ເຫຍື້ອໄດ້ຈູດໃນເຕົາຈູດ ຂີ້ເຫຍື້ອຢ່າງຕໍ່ເນື່ອງໃນເວລາ 3 ເດືອນ ເພື່ອເຮັດທົດລອງ. 

ຈາກຜົນສຳເລັດຂອງການທົດລອງຄັ້ງທີສອງນີ້, ປທ ລານ ຈຶ່ງນຳ ຜະລິດຕະພັນຂອງຕົນ ໄປຈ່າວຂາຍຢູ່ Techmart 2012. ໂດຍຄວາມບັນເອີນ, ພະລິດຕະພັນເຕົາຈູດຂີ້ເຫຍື້ອຂອງເພິ່ນ ຍາດໄດ້ຂັນຄຳຢູ່ Techmart 2012. ຫຼັງຈາກນັ້ນ, ທ້ອງຖິ່ນຫຼາຍ ແຫ່ງໃນທົ່ວປະເທດ ໄດ້ຮູ້ເຖິງພະລິດຕະພັນເຕົາຈູດ ຂີ້ເຫຍື້ອ ຂອງເພິ່ນ ແລະ ເຊີນເພິ່ນມາເປັນທີ່ປຶກສາ. 

ຕົ້ນປີ 2013, ພະລິດຕະພັນເຕົາຈູດຂີ້ເຫຍື້ອໜ່ວຍທຳອິດດ້ວຍ ກຳລັງແຮງ 500 ກິໂລກຼາມ/ຊົ່ວໂມງ ຂອງ ປທ ລານ ໄດ້ຕິດຕັ້ງຢູ່ຕາແສງ ຫາຍມິງ, ເມືອງ ຫາຍເຫົ້າ, ແຂວງ ນາມດິ້ງ.

ເຂົ້າຮ່ວມ ລາງວັນສາກົນ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ 2018 ໂດຍສະມາຄົມຊຸກຍູ້ຫົວຄິດປະດິດສ້າງ, ປະດິດສ້າງ ສ ເກົາຫຼີ ສົມທົບກັບ ອົງການຈັດຕັ້ງກຳມະສິດພູມປັນຍາ ໂລກ ຈັດຕັ້ງໃນເດືອນ ທັນວາ 2018 ດ້ວຍການເຂົ້າຮ່ວມຂອງ 33 ປະເທດ ແລະ ເຂດແຄວ້ນຕ່າງໆ ໃນທົ່ວໂລກ. ໃນຈຳນວນ 603 ກິດຈະກຳທີ່ໄດ້ສົ່ງມາເຂົ້າຮ່ວມ, ກິດຈະກຳເຕົາຈູດຂີ້ເຫຍື້ອ BD-Anpha ຂອງ ປທ ດ່າມທິລານ ຍາດໄດ້ ຫຼຽນຄຳ ໃນຈຳນວນຫຼຽນຄຳ 3 ຫຼຽນທີ່ຄະນະຜູ້ແທນ ຫວຽດນາມ ໄດ້ຮັບ. 

ປທ ດ່າມທິລານ ລາຍງານກ່ຽວກັບເຕັກໂນໂລຊີ ເຕົາຈູດຂີ້ເຫຍື້ອ ຢູ່ສຳນັກງານປະທານປະເທດ ເມື່ອປີ 2013. ພາບ: ເອກະສານ


ປທ ດ່າມທິລານ (ຜູ້ທີ 2 ຈາກຊ້າຍ) ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຖານທູດ ຫວຽດນາມ ປະຈຳ ສະວິດ. ພາບ: ເອກະສານ


ຄະນະຜູ້ແທນຂອງບໍລິສັດຫຸ້ນສ່ວນ ພະລັງງານ ແລະ ສິ່ງແວດລ້ອມ ສັບພະວິຊາ ຮ່າໂນ້ຍ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງການ
ຂອງປະທານ ກົມກຳມະສິດພູມປັນຍາ ໂລກ WIPO ທີ່ ສະວິດ. 
ພາບ: ເອກະສານ


ປທ ດ່າມທິລານ ຍາດໄດ້ລາງວັນພິເສດ ໂດຍສະມາຄົມ ວິສາຫະກິດ ແລະ ນັກຫົວຄິດປະດິດສ້າງ ຍິງ ໂລກ ມອບໃຫ້. ພາບ: ເອກະສານ
ໂດຍສືບຕໍ່ຜົນສຳເລັດຂອງເຕັກໂນໂລຊີ ເຕົາຈູດຂີ້ເຫຍື້ອ BD-Anpha, ປີ 2013 ປທ ດ່າມທິລານ ພ້ອມກັບເພື່ອນຮ່ວມງານ ໄດ້ມີການຄົ້ນຄວ້າ, ພັດທະນາ ແລະ ຜະລິດອອກ ຜະລິດຕະພັນ ເຕົາຈູດຂີ້ເຫຍື້ອ ອຸດສາຫະກຳ CONI, ສ່ວນຫຼາຍແມ່ນຈູດ ນີລອນ ແລະ ຜ້າອຸດສາຫະກຳ. ປະລິມານຄວາມຮ້ອນທີ່ແຜ່ອອກມາ ຈາກເຕົາຈູດຂີ້ເຫຍື້ອດັ່ງກ່າວ ຈະໄດ້ນຳໃຊ້ໃນການຜະລິດອາຍນຳ້ຢູ່ບັນດາໂຮງງານຜະລິດເຈ້ຍ, ໂຮງງານຕຳ່ແຜ່ນຕັດຫຍິບ. 
ເຖິງວ່າ ປັດຈຸບັນ BD-Anpha ໄດ້ນຳໃຊ້ຢ່າງກວ້າງຂວາງໃນທ່ົວປະເທດ, ແຕ່ ປທ ລານ ແລະ ເພື່ອນຮ່ວມງານ ຍັງມີການຍົກລະດັບເຕັກໂນໂລຊີ ຢ່າງບໍ່ຢຸດຢັ້ງ ເພື່ອແທດເໝາະກັບປະເພດຂີ້ເຫຍື້ອຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ.

ນີ້ແມ່ນຜົນງານທີ່ເໝາະສົມກັບຄວາມພະຍາຍາມຂອງ ປທ ດ່າມທິລານ ແລະ ຜົວຂອງເພິ່ນ, ຜູ້ທີ່ເປັນເພື່ອນຮ່ວມທາງທີ່ຂາດ ບໍ່ໄດ້ໃນສາຍທາງເດີນໄປຊອກຫາວິທີແກ້ໄຂໃຫ້ແກ່ບັນຫາກຳຈັດຂີ້ເຫຍື້ອຂອງ ປທ​ ລານ. ຕາມ ປທ ດ່າມທິລານ ແລ້ວ “ຖ້າບໍ່ມີຜົວ, ລະບົບຂອງຂ້າພະເຈົ້າອາດສາມາດຄົງຕົວ ແລະ ພັດທະນາໄດ້ ແຕ່ມັນຈະບໍ່ພັດທະນາສູງ ແລະ ໄກໄດ້ຄືປັດຈຸບັນ. ຜົວຂອງ ຂ້າພະເຈົ້າແມ່ນໝາກຫົວໃຈຂອງເຕັກໂນໂລຊີ, ສ່ວນຂ້າພະເຈົ້າ ແມ່ນຜູ້ລ້ຽງດູ, ປົກປ້ອງ ແລະ ຍົກລະດັບໃຫ້ແກ່ ເຕັກໂນໂລຊີ ດັ່ງກ່າວ”. 
ບົດ: ຖາວວີ - ພາບ: ກົງດາດ

ກວ່ຽນທ້ຽນດັກ ແລະ ຂະບວນວິວັດແຫ່ງການ ພັດທະນາ ດົນຕີ Jazz ຫວຽດ

ກວ່ຽນທ້ຽນດັກ ແລະ ຂະບວນວິວັດແຫ່ງການ ພັດທະນາ ດົນຕີ Jazz ຫວຽດ

ໂດຍໄດ້ຮັບການສຶກສາ ຈາກມະຫາວິທະຍາໄລດົນຕີ Berklee College of Music ໃນ ສ ອາເມລິກາ, ຜ່ານຫຼາຍໄລຍະ ພັດທະ ນາດ້ານດົນຕີ, ນັກສິລະປິນ ເປົ່າ saxophone ທີ່ຊື່ສຽງ ກວ່ຽນ ທ້ຽນດັັກ ໄດ້ກຳນົດພາລະກິດຂອງຕົນ, ນັ້ນແມ່ນກໍ່ຕັ້ງ ແລະ ພັດ ທະນາ ດົນຕີ Jazz ຢູ່ ຫວຽດນາມ ໂດຍອີງໃສ່ ດົນຕີພື້ນເມືອງ ຂອງຊາດ. 

Top