ບໍລິສັດການບິນ Emirates ໃຫ້ຮູ້ວ່າ ຈະເພີ່ມທະວີການປະກົດຕົວຂອງຕົນຢູ່ ອາຊີ ດ້ວຍການເປີດຖ້ຽວບິນມາຍັງ ດ່າໜັງ, ຫວຽດນາມ ອາທິດລະ 4 ຖ້ຽວ ແລະ 3 ຖ້ຽວຕໍ່ອາທິດ ໄປຍັງ ຊຽມຣຽບ, ກຳປູເຈຍ, ຜ່ານການຕໍ່ຖ້ຽວຢູ່ ບັກກອກ, ໄທ.
ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຢູ່ ດ່າໜັງ
ວັນທີ 3 ມີນາ, ບໍລິສັດການບິນ Emirates ໃຫ້ຮູ້ວ່າ ຈະເພີ່ມທະວີການປະກົດຕົວຂອງຕົນຢູ່ ອາຊີ ດ້ວຍການເປີດຖ້ຽວບິນມາຍັງ ດ່າໜັງ, ຫວຽດນາມ ອາທິດລະ 4 ຖ້ຽວ ແລະ 3 ຖ້ຽວຕໍ່ອາທິດ ໄປຍັງ ຊຽມຣຽບ, ກຳປູເຈຍ, ຜ່ານການຕໍ່ຖ້ຽວຢູ່ ບັກກອກ, ໄທ. ເປັນອັນວ່າ, ດ່າໜັງ ແມ່ນສະຖານທີ່ແຫ່ງທີ 3 ຂອງ ຫວຽດນາມ ທີ່ Emirates ໄດ້ເລືອກເຟັ້ນເພື່ອຂຸດຄົ້ນຖ້ຽວບິນ, ພາຍຫຼັງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ບັດດາຖ້ຽວບິນໄປ - ມາ ດ່າໜັງ ຈະໄດ້ຮັບການຂຸດຄົ້ນໃນຕົ້ນເດືອນ ມິຖຸນາ ຈະມາເຖິງ. ຄາດວ່າ, ລາຍການຂອງບັນດາຖ້ຽວບິນນີ້ຈະໄດ້ຮັບການອອກແບບເຮັດແນວໃດເພື່ອໃຫ້ຜູ້ໂດຍສານຈາກບັນດານະຄອນໃຫຍ່ຢູ່ ເອີຣົບ, ເຊັ່ນ: ລອນດອນ, ປາຣີ, ອາມສະເຕີດາມ, ແມນແຈັດເຕີ, ມີລານ, ໂຣມ ຫຼື ບັນດານະຄອນໃຫຍ່ຢູ່ ອາເມລິກາ ໄປຍັງ ດ່າໜັງ. ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນທ່ອງທ່ຽວນະຄອນ ດ່າໜັງ, ໃຫ້ຮູ້ວ່າ:
“ເລື່ອງບໍລິສັດການບິນ Emirates, ບໍລິສັດການບິນ 5 ດາວ ທີ່ມີເຄື່ອງໝາຍການຄ້າ ແລະ ຄຸນນະພາບໃນທົ່ວໂລກ ເປີດຖ້ຽວບິນໂດຍກົງມາຍັງ ດ່າໜັງ ຈະເປີດໂອກາດໂຄສະນານະຄອນເຖິງ 150 ປະເທດ ແລະ ເຂດແຄວ້ນ. ສິ່ງດັ່ງກ່າວ ກໍເປີດໂອກາດເພື່ອດຶງດູດ, ຮັບໃຊ້ນັກທ່ອງທ່ຽວ, ພ້ອມດຽວກັນນັ້ນ ກໍຈະກະກຽມບັນດາເງື່ອນໄຂກຽມພ້ອມເຊື່ອມຕໍ່, ແລກປ່ຽນການຄ້າ, ດຳເນີນທຸລະກິດ ເມື່ອ ດ່າໜັງ ເປີດນຳໃຊ້ສູນການເງິນສາກົນ ແລະ ເຂດການຄ້າເສລີ”.
(ແຫຼ່ງຄັດຈາກ VOV)