ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026.
ຕາມແຜນການແລ້ວ, ຕອນເຊົ້າວັນທີ 21 ມີນາ 2026, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມຈະປຸກລະດົມຂະບວນການ “ທົ່ວປວງຊົນປະຢັດພະລັງງານຕອບສະໜອງບັ້ນ ຊົ່ວໂມງເພື່ອໜ່ວຍໂລກປີ 2026” ດ້ວຍສານ “ປະດິດຄິດສ້າງສີຂຽວ - ອະນາຄົດສີຂຽວ”. ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮວ່າງລອງແບ່ງປັນວ່າ:
ປີ 2026 ສ້າງຂີດໝາຍປີທີ 15 ທີ່ກະຊວງອຸດສາຫະກຳການຄ້າຈັດຂຶ້ນການຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ. ຜ່ານໄລຍະທາງນີ້, ບັ້ນເຄື່ອນໄຫວໄດ້ມີຄວາມໝາຍຫຼາຍກວ່າວັນສັນຍາລັກຂອງ 60 ນາທີປິດໄຟ, ກາຍເປັນພື້ນຖານຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບການນຳໃຊ້ພະລັງງານຢ່າງມີປະສິດທິຜົນແລະ ປະຢັດ. ດ້ວຍສານ “ປະດິດຄິດສ້າງສີຂຽວ - ອະນາຄົດສີຂຽວ”, ພວກຂ້າພະເຈົ້າປາດຖະໜາຢາກແຜ່ກະຈາຍ ຈິດໃຈນະວັດຕະກຳໃນທົ່ວສັງຄົມ, ຈາກອົງການຄຸ້ມຄອງ, ວິສາຫະກິດໄປຮອດປະຊາຊົນແຕ່ລະຄົນ ຢ່າງແຮງກວ່າອີກ, ເພື່ອແນໃສ່ສ້າງພື້ນຖານເສດຖະກິດທີ່ທັນສະໄໝ, ຍົກສູງສະມັດຕະພາບ ແລະ ການພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)