ປະຊາຊົນ, ພະນັກງານ, ນັກຮົບ ແລະ ສະມາຊິກຊາວໜຸ່ມນັບພັນຄົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຢູ່ປ່າປ້ອງກັນ ແລະ ປ່າຜະລິດທີ່ຖືກຜົນກະທົບຈາກພະຍຸ Yagi.
ບັນຍາກາດງານບຸນປູກຕົ້ນໄມ້ຢູ່ ເມືອງ ຕຽນອຽນ, ກວາງນິງ (ພາບ: baoquangninh.vn)
ວັນທີ 3 ກຸມພາ, ແຂວງ ກວ໋າງນິງ ໄດ້ຈັດພິທີປຸກລະດົມງານບຸນປູກຕົ້ນໄມ້ຢູ່ເຂດປ່າຊຸມຊົນ ບ້ານ ດົ່ງດິ່ງ, ຕາແສງ ຟອງຢຸ, ເມືອງ ຕຽນອຽນ. ປະຊາຊົນ, ພະນັກງານ, ນັກຮົບ ແລະ ສະມາຊິກຊາວໜຸ່ມນັບພັນຄົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຢູ່ປ່າປ້ອງກັນ ແລະ ປ່າຜະລິດທີ່ຖືກຜົນກະທົບຈາກພະຍຸ Yagi. ສະເພາະຢູ່ເຂດປ່າຊຸມຊົນບ້ານ ດົ່ງດິ່ງ ໄດ້ປູກຕົ້ນໄມ້ກວ່າ 2.000 ກົກ ໃນເນື້ອທີ່ເກືອບ 2 ເຮັກຕາ. ທ່ານ ຫວູດ້າຍຖັງ, ເລຂາຄະນະພັກແຂວງ ກວາງນິງ ໃຫ້ຮູ້ວ່າ, ປີນີ້ ກວ໋າງນິງ ວາງເປົ້າໝາຍປູກຕົ້ນໄມ້ຄືນໃໝ່ໃນເນື້ອທີປ່າ 31.000 ເຮັກຕາ, ຫຼາຍທົບ 2,4 ເທົ່າ ເມື່ອທຽບໃສ່ຊຸມປີກ່ອນ.
“ແຂວງ ກວາງນິງ ໄດ້ປະກາດໃຊ້ຫຼາຍນະໂຍບາຍໜູນຊ່ວຍໂດຍກົງໃຫ້ປະຊາຊົນ ໃນຂົງເຂດປ່າໄມ້, ພິເສດ, ພວກຂ້າພະເຈົ້າ ໄດ້ຄົ້ນຄວ້າຊອກຫາບັນດາແນວພັນໃໝ່, ແນວພັນທ້ອງຖິ່ນ ແລະ ແນວພັນຕົ້ນໄມ້ໄລຍະຍາວ ເພື່ອຮັບໃຊ້ປະຊາຊົນ. ຜ່ານໂອກາດງານບຸນປູກຕົ້ນໄມ້ປີນີ້, ພວກຂ້າພະເຈົ້າປາດຖະໜາວ່າ ຈະແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸໂດຍໄວ ແລະ ຕົ້ນໄມ້ໃນລະດູບານໃໝ່ປີນີ້ ຈະພັດທະນາດີທີ່ສຸດ ເພື່ອສ້າງສີຂຽວໃໝ່ໃຫ້ແກ່ ກວາງນິງ”.
ກໍໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ເຊີນລາ ແລະ ແຂວງ ລາຍເຈົາ ກໍໄດ້ດຳເນີນພິທີປຸກລະດົມການປູກຕົ້ນໄມ້ຕົ້ນລະດູບານໃໝ່ປີມະເສັງ 2025.
(ແຫຼ່ງຄັດຈາກ VOV)