• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ບັນ​ຍາ​ກາດ​ທີ່​ຄຶກ​ຄື້ນ​ຂອງການ​ເດີນ​ທະ​ເລ​ຫາ​ປາ ​ຍາມ​ທ້າຍ​ປີ

ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈຳຊາດຫວຽດນາມ, ຈັງຫວະການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວປະມົງ ກໍມີຄວາມຄຶກຄື້ນຕາມແຕ່ລະຖ້ຽວເຮືອອອກຝັ່ງໄປຫາປາ. ບັນດາທ້ອງກ່ຳປັ່ນທີ່ເຕັມໄປດ້ວຍປາໝັ້ນໝາຍວ່າພໍ່ແມ່ປະຊາຊົນຈະຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ, ອີ່ມໜຳສຳລານ, ສົມບູນພູນສຸກ.
ຮືອຫາປາເຂົ້າທຽບທ່າເຮືອຫາປາ ຕິ້ງຮວ່າ, ຕາແສງ ດົງເຊີນ, ແຂວງ ກວາງງາຍ

ໃນຍາມຮຸ່ງເຊົ້າທີ່ປົກຄຸມໄປດ້ວຍນ້ຳໝອກ, ທ່າເຮືອຫາປາ ຕິ້ງຮວ່າ, ຕາແສງ ດົງເຊີນ, ແຂວງ ກວາງງາຍ ກໍໄດ້ມີຄວາມຄຶກຄື້ນ, ບັນຍາກາດການອອກແຮງງານຢ່າງຫົວຂິດຫົວໄຖໄດ້ກະຈາຍອອກຕາມຈັງຫວະຂອງສຽງຈັກ, ບາດຍ່າງອັນຟ້າວຟັ່ງຂອງຊາວປະມົງ ແລະ ແມ່ຄ້າຊາວຂາຍໃນຊຸມວັນໃກ້ຈະຮອດບຸນປີໃໝ່.

ໃນທ່າມກາງບັນດາກ່ຳປັ່ນທີ່ຫາກໍ່ກັບມາຈາກທະເລ, ກ່ຳປັ່ນໝາຍເລກ QNg-90539.TS ຂອງລຸງ ຫງວຽນຈູງແທ່ງ, ຢູ່ຕາແສງ ດົງເຊີນ ກໍຮີບເຮັ່ງເຂົ້າທຽບທ່າເພື່ອຄ່ຽນຖ່າຍສິນທະເລລົງຈາກເຮືອ. ພາຍຫຼັງການເດີນທະເລທີ່ແກ່ຍາວເປັນເວລາກວ່າ 20 ວັນ ຢູ່ເຂດ ຮວ່າງຊາ, ເຮືອຂອງລຸງຈັບຫາປາຊະນິດຕ່າງໆໄດ້ກວ່າ 6 ໂຕນ.

“ອ້າຍນ້ອງແຂງແຮງກັບມາກໍດີໃຈແລ້ວ. ຂ້າພະເຈົ້າຫວັງວ່າ ຖ້ຽວເຮືອຕໍ່ໄປຈະຈັບຫາປາໄດ້ຫຼາຍກວ່າ, ອ້າຍນ້ອງກໍມີລາຍຮັບເພີ່ມຂຶ້ນ”. 

ຢູ່ຝັ່ງ, ບັນດາການເຄື່ອນໄຫວຊື້ຂາຍໄດ້ດຳເນີນໄປຢ່າງຮີບເຮັ່ງ. ປາທີ່ຫາກໍ່ເອົາຂຶ້ນຝັ່ງກໍໄດ້ຮັບການຊັ່ງຊີງ, ຈຳແນກປະເພດຢ່າງວ່ອງໄວແລ້ວສົ່ງໄປຂາຍໃນທັນທີ. ບັນດາຖັງປາສົດໄດ້ຈັດລຽນຕໍ່ກັນຕາມແມ່ຄ້າຊາວຂາຍອອກຈາກທ່າແລ້ວສົ່ງໄປຂາຍຢູ່ບັນດາຕະຫຼາດຂາຍສົ່ງ. ບັນຍາກາດການຊື້ຂາຍຄຶກຄັກແຕ່ເປັນລະບຽບ, ຮີບເຮັ່ງຄືກັນກັບຈັງຫວະເວລານັບຖອຍຫຼັງຕ້ອນຮັບບຸນປີໃໝ່. 

ບໍ່ພຽງແຕ່ມີເຮືອເຂົ້າທຽບທ່າເທົ່ານັ້ນ, ຢູ່ທ່າເຮືອຫາປາຕິ້ງຮວ່າ, ຕາແສງດົງເຊີນ, ແຂວງກວາງງາຍຍັງມີເຮືອຫາປາຫຼາຍລຳອື່ນໆກໍພວມຮີບເຮັ່ງກະກຽມເຊື້ອເພີງ, ສະບຽງອາຫານໃຫ້ແກ່ຖ້ຽວໄປຈັບຫາປາຍາມທ້າຍປີ. ສຳລັບຊາວປະມົງກວາງງາຍແລ້ວ, ການເດີນເຮືອຈັບປາຫາໃນຊ່ວງເວລາໃກ້ຈະຮອດບຸນປີໃໝ່ແມ່ນມີຄວາມໝາຍສຳຄັນເປັນພິເສດ: ທັງເປັນການຫາເງິນລ້ຽງຊີບ, ທັງຢາກກັບມາເຕົ້າໂຮມພ້ອມກັບຄອບຄົວໃນຊຸມວັນບຸນເຕັດ.

ຊາວປະມົງກວດກາເຄື່ອງຈັກກ່ອນອອກຈາກທ່າ (ພາບ: VOV)

ລຸງໂງວັນເກື່ອງ (52 ປີ) ຢູ່ຕາແສງດຶກໂຝ, ແຂວງກວາງງາຍ, ເຈົ້າຂອງເຮືອໝາຍເລກQNg-98370.TS, ໄດ້ກວດກາແຕ່ລະໜ້າວຽກກ່ອນເວລາຈະອອກຈາກທ່າ. ລຸງເກື່ອງແບ່ງປັນວ່າ:

“ເຮືອຫາປ່າໄດ້ຕິດຕັ້ງອຸປະກອນຕິດຕາມການເດີນເຮືອຢ່າງຄົບຖ້ວນ. ຢູ່ເທິງເຮືອຍາມໃດກໍມີເຄື່ອງຕິດຕາມກວດກາການເດີນເຮືອ 2 ອັນເພື່ອຮັບປະກັນ, ຖ້າຂາດສັນຍານຕິດຕາມການເດີນເຮືອແຕ່ 1 – 2 ຊົ່ວໂມງກໍຖືວ່າຫຍຸ້ງຍາກແລ້ວ. ເຮົາຕ້ອງຮັກສາໃຫ້ເຄື່ອງຕິດຕາມເຄື່ອນໄຫວໄດ້ຕໍ່ເນື່ອງຕະຫຼອດ 24 ຊົ່ວໂມງ”. 

ໃນຂະນະນັ້ນ, ໃນຊຸມວັນນີ້, ເມື່ອອາກາດຢູ່ທະເລອຳນວຍຄວາມສະດວກພໍສົມຄວນ, ບັນຍາກາດການອອກແຮງງານຢູ່ທ່າເຮືອເກືອຫວຽດ, ຕາແສງເກືອຫວຽດແຂວງກວາງຈິຈະມີຄວາມຄືກຄື້ນກວ່າ.ເຮືອແຕ່ລະລຳພາກັນອອກຈາກທ່າ. ເພື່ອໃຫ້ການຂຸດຄົ້ນມີປະສິດທິຜົນ, ຍາວນານ, ຊາວປະມົງຍາມໃດກໍຍົກສູງສະຕິຄວາມຮັບຜິດຊອບປະຕິບັດບັນດາຂໍ້ກຳນົດຂອງລັດຢ່າງເຂັ້ມງວດ, ພິເສດແມ່ນໃນການປ້ອງກັນ, ຕ້າການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). ທ່ານ ຟ້າມວັນໄບ, ເຈົ້າຂອງເຮືອຫາປາໝາຍເລກ QT 95069 TS ໃຫ້ຮູ້ວ່າ:

“ໃນຖ້ຽວເຮືອສຸດທ້າຍຂອງປີ, ພໍ່ແມ່ປະຊາຊົນຊາວປະມົງພວກຂ້າພະເຈົ້າປາດຖະໜາວ່າ ຈະບັນລຸໄດ້ປະສິດທິຜົນສູງ. ໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU, ພໍ່ແມ່ປະຊາຊົນຍາມໃດກໍປະຕິບັດໃຫ້ເປັນຢ່າງດີທີ່ສຸດເພື່ອໃຫ້ ຫວຽດນາມ ໄດ້ຮັບການຍົກເລີກບັດເຫຼືອງ EC ຢ່າງວ່ອງໄວ”.

ກຳລັງທະຫານມອບທຸງຊາດໃຫ້ແກ່ຊາວປະມົງກ່ອນອອກຈາກທ່າ (ພາບ: VOV)

ປ້າ ເລບ໊າຮວ່າ, ສະມາຊິກຂອງເຮືອຫາປາໝາຍເລກ NA 90283 TS ຢັ້ງຢືນວ່າ:

“ເຮືອຫາປາຂອງພວກເຮົາຍາມໃດກໍຂຸດຄົ້ນຖືກຕ້ອງຕາມຂໍ້ກຳນົດຂອງລັດ, ບໍ່ລະເມີດເຂດທະເລຕ່າງປະເທດ. ໃນການຈັບຫາປາຖ້ຽວທຳອິດຂອງປີນີ້, ພໍ່ແມ່ປະຊາຊົນຊາວປະມົງພວກຂ້າພະເຈົ້າ ມີຄວາມຫວັງວ່າ ຈະຂຸດຄົ້ນໄດ້ຕາມປະລິມານທີ່ກອງເຮືອໄດ້ວາງອອກ”.

ສຳລັບທ້ອງຖິ່ນ, ອຳນາດການປົກຄອງຕາແສງ ເກືອຫວຽດ ໄດ້ ແລະ ພວມສ້າງບັນດາການກຳນົດທິດທີ່ຍາວນານ ເພື່ອແນໃສ່ເສີມຂະຫຍາຍທ່າໄດ້ປຽບຂອງເສດຖະກິດທະເລ, ສ້າງວິທີຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ປະຊາຊົນ. ທ່ານ ເລວັນທົງ, ປະທານຄະນະກໍາມະການປະຊາຊົນຕາແສງ ເກືອຫວຽດ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສຸມໃສ່ສ້າງໂຄງການກະທຳ, ແຜນຮ່າງລະອຽດ ເພື່ອພັດທະນາເສດຖະກິດທະເລຢ່າງຮອບດ້ານ. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການຈັບຫາປາ, ລ້ຽງປູກ ແລະ ປຸງແຕ່ງສິນໃນນ້ຳ, ສິນທະເລ, ສ້າງບັນດາເຄື່ອງໝາຍການຄ້າຂອງທ້ອງຖິ່ນ ຕິດພັນກັບການພັດທະນາການຄ້າ, ການທ່ອງທ່ຽວທະເລແບບຍືນຍົງ”.

ທະຫານປ້ອງກັນຊາຍແດນໂຄສະນາເຜີຍແຜ່ກ່ຽວກັບມາດຕະການຕ້ານ IUU ໃຫ້ແກ່ປະຊາຊົນ (ພາບ: VOV)

ຢູ່ກາງທະເລທີ່ກວ້າງໃຫຍ່ໄພສານ, ຊາວປະມົງຍັງກ້າກັ່ນອອກແຮງງານ ເພາະວ່າການເດີນທະເລຫາປາ ບໍ່ພຽງແຕ່ແມ່ນການຫາເງິນລ້ຽງຊີບເທົ່ານັ້ນ ຫາກຍັງແມ່ນໜ້າທີ່ຢັ້ງຢືນອະທິປະໄຕແຫ່ງຊາດຢູ່ທະເລ. ທ້ອງເຮືອແຕ່ລະລຳໄດ້ບັນຈຸປູປາອັດແໜ້ນ ບໍ່ພຽງແຕ່ມີຄວາມເຄັມຂອງເກືອເທົ່ານັ້ນ ຫາກຍັງມີຄວາມຫວານຂອງການເຕົ້າໂຮມທີ່ພວມວຽນມາອີກດ້ວຍ./.

(ແຫຼ່ງຄັດຈາກ VOV)

ແຂວງ ແຄ໋ງຮ່ວາ ສູ້ຊົນກາຍເປັນ ສູນກາງ ພະລັງງານທົດແທນ

ແຂວງ ແຄ໋ງຮ່ວາ ສູ້ຊົນກາຍເປັນ "ສູນກາງ" ພະລັງງານທົດແທນ

ແຂວງ ແຄ໋ງຮ່ວາ ພວມບຸກບືນເພື່ອກາຍເປັນສູນກາງພະລັງງານທົດແທນແຫ່ງໃໝ່ຂອງຫວຽດນາມ ໂດຍຜ່ານການຈັດຕັ້ງປະຕິບັດ ບັນດາມະຕິທີ່ສຳຄັນຂອງກົມການເມືອງຢ່າງເປັນຮູບປະທຳ. ດ້ວຍການ ລວບລວມເອົາ ບັນດາໂຄງການຍຸດທະສາດ ເຊັ່ນ: ໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ແລະ ໂດຍສະເພາະແມ່ນໂຮງໄຟຟ້ານິວເຄຼຍແຫ່ງສະຕະວັດ, ແຂວງ ແຄ໋ງຮ່ວາ ບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານແຫ່ງຊາດເທົ່ານັ້ນ ແຕ່ຍັງສ້າງກຳລັງຊຸກຍູ້ອັນແຂງແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງໃນອະນາຄົດ.

Top