ເປັນ 1 ໃນຈຳນວນ 7 ວິສາຫະກິດ ເລີ່ມຕົ້ນທຸລະກິດ ມີຄວາມ ປະດິດສ້າງດີທີ່ສຸດຢູ່ທະວີບ ອາຊີ ປີ 2018, ບໍລິສັດຫຸ້ນສ່ວນ ເຕັກໂນໂລຊີສູງ Hachi ໄດ້ປະສົບຜົນສຳະເລັດ ໃນຂົງເຂດ ສ້າງ ຫຼາຍຕົວແບບນິຄົມປູກ ດ້ວຍນຳ້ ຫຼື ໄຮໂດຣໂປນິກ ໂດຍການໝູນໃຊ້ເຕັກໂນໂລຊີ 4.0 ໃນ ຫວຽດນາມ..
Hachiເປັນໂຄງການເລີ່ມຕົ້ນທຸລະກິດຂອງກຸ່ມຊາວໜຸ່ມ ມາຈາກມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແລະ ມະຫາວິທະຍາໄລກະສິກຳ ດ້ວຍມູນຄ່າການລົງທຶນເບື້ອງຕົ້ນ ພຽງ 100 ລ້ານດົ່ງ. Hachiໄດ້ດຳເນີນການທົດລອງ ວິທີການ ແກ້ໄຂໝູນໃຊ້ເຕັກໂນໂລຊີ IoT (ການເຊື່ອມຕໍ່ອິນເຕີເນັດ ທຸກຢ່າງ) ໃນລະບົບການປູກຝັງດ້ວຍນຳ້. ຈຸດທີ່ພົ້ນເດັ່ນ ຂອງຜະລິດຕະພັນດັ່ງກ່າວ ແມ່ນນຳໃຊ້ ບັນດາສິ້ນສ່ວນ ສັນຍານສົ່ງທາງໄກ, ຕິດຕາມຄວບຄຸມໂດຍອັດຕະໂນມັດ ເງື່ອນໄຂສິ່ງແວດລ້ອມເຊັ່ນ: ອຸ່ນຫະພູມ, ຄວາມຊຸ່ມ, ແສງສະຫວ່າງ ໂດຍຜ່ານ ລາຍການ ຊອບແວໃຊ້ສະເພາະ ເທິງ ສະມາດໂຟນ. ຂໍ້ມູນທັງໝົດຈະຖືກສົ່ງຂຶ້ນ ເຊເວີຂອງ Hachi ແລະ ອັບເດດໃນແອັບ ພຣີເຄຊັນມືຖື ຂອງ ຜູ້ຊົມໃຊ້. ຈາກນັ້ນຜູ້ນຳໃຊ້ສາມາດຕິດຕາມສະພາບສິ່ງແວດລ້ອມ ແລະ ນໍາສະເໜີບັນດາວິທີແກ້ໄຂທີ່ມີປະສິດທິຜົນ ເຊັ່ນ: ກຳນົດ ເວລາຫົດນຳ້, ເວລາສ່ອງແສງສະຫວ່າງ ແລະ ຄຳເຕືອນ ໂດຍຜ່ານສະມາດໂຟນໄດ້ງ່າຍ.

ຂັ້ນຕອນປູກຜັກດ້ວຍນຳ້ທຳອິດ ແມ່ນການເພາະປູກແກ່ນໄມ້.

ບໍ່ຕ້ອງການດິນ, ລະບົບນຳ້ທີ່ມີທາດບຳລຸງຢ່າງພຽງພໍ ຈະຊ່ວຍເຮັດໃຫ້ຜັກຂະຫຍາຍຕົວ.

ການໝູນໃຊ້ວິທີການປູກຝັງ ດ້ວຍນຳ້ສາມາດ ຊ່ວຍ ເພີ່ມ ລະດັບການຂະຫຍາຍໂຕ ຂອງ ຕົ້ນໄມ້ ແຕ່ 30 – 50%, ທັງ ຮັບປະກັນ
ຄວາມສະອາດ ແລະ ປາສະຈາກແມງ ໄມ້ ທີ່ມາ ຈາກພາຍນອກ.

ການປູກຜັກດ້ວຍນຳ້ ໃຫ້ຜະລິດຕະພັນທີ່ສະອາດ ແລະ ປອດໄພໃຫ້ຜູ້ນຳໃຊ້.

ຜັກສະຫຼັດປູກດ້ວຍນຳ້ມີການຂະຫຍາຍໂຕເປັນຢ່າງດີ.

ວັດແທກຕົວເລກທາດບຳລຸງໃນນຳ້ ທີ່ອ່າງບັນຈຸນຳ້. ນີ້ແມ່ນແຫຼ່ງນຳ້ເພື່ອຫົດໃຫ້ແກ່ຜັກໃນແຕ່ລະມື້.

Hachiມີ ວິທີການ ແກ້ໄຂໝູນໃຊ້ເຕັກໂນໂລຊີ IoT (ການເຊື່ອມຕໍ່ອິນເຕີເນັດ ທຸກຢ່າງ) ໃນລະບົບການປູກຝັງ ດ້ວຍນຳ້. |
ເດືອນພຶດສະພາ 2019, Hachiກຳລັງເຮັດໃຫ້ສຳເລັດ ການຕິດຕັ້ງ ເຮືອນຕາໜ່າງເພື່ອການປູກຝັງດ້ວຍນໍ້າ ໃຫ້ແກ່ ປະຊາຊົນເມືອງເກາະ ຝູ໋ກວັກ, ຢືນຢັນຕົວແບບກະສິກຳ ເຕັກໂນໂລຊີສູງ ອາດສາມາດໝູນໃຊ້ຢູ່ບໍ່ວ່າ ແຖບດິນໃດ ທີ່ຫວຽດນາມ. Hachi ຍັງເປັນວິສາຫະກິດແຫ່ງທຳອິດ ເປີດກວ້າງຕະຫຼາດ, ໝູນໃຊ້ເຕັກໂນໂລຊີ ນາໂນ ໃນການ ສ້າງນິຄົມຝູກຝັງດ້ວຍນຳ້ ຢູ່ ນະຄອນແມວເບີນ ປະເທດ ອົດສະຕຣາລີ. ທ່ານ ໂຕມຫງວຽນ-ເຈົ້າຂອງນິຄົມກວ້າງ 4.000 ມ2 ທີ່ແມວເບີນໃຫ້ຮູ້ວ່າ: “ເຂດດິນທີ່ເຕັມແຕ່ຫີນ ຊາຍແຫ້ງກະແດ້ງ ຊຶ່ງໄດ້ຮັບຂະໜານນາມວ່າເປັນເຂດດິນ Rock Bank ຂອງລັດ ວິກຕໍເຣຍ , ປັດຈຸບັນ ໄດ້ປົກຄຸມ ໄປດ້ວຍສີຂຽວຂອງຕົ້ນໄມ້ ນຳມາຊຶ່ງໂສມໜ້າໃໝ່ແກ່ຊາວ ຫວຽດນາມອາໄສຢູ່ອົດສະຕຣາລີ.”.
ບໍ່ພຽງແຕ່ທ່ານ ໂຕມຫງວຽນ ເທົ່ານັ້ນ, ຍັງມີຊາວກະສິກອນ ຫວຽດ ໃຫ້ຄວາມສົນໃຈ ນັບມື້ເພີ່ມຂຶ້ນກັບຕົວແບບນິຄົມ ປູກຝັງດ້ວຍນໍ້ານີ້. ທ່ານ ວິງນັກວິສະວະກອນເອເລັກໂຕຣນິກ ຜູ້ໜຶ່ງ ໄດ້ພ້ອມກັບພໍ່ຂອງຕົນເປັນຊາວກະສິກອນ ຢູ່ແຂວງ ຮ່າຕິ໋ງ ໄດ້ມາສຳຫຼວດນິຄົມປູກຝັງດ້ວຍນໍ້າ ທີ່ສະຖາບັນ ກະສິກຳ, ທ່ານ ວິງໃຫ້ຮູ້ວ່າຈະສ້າງຕົວແບບນີ້ຢູ່ແຂວງ ຮ່າຕິ໋ງ.

ຕົວແບບປູກຜັກຂອງ Hachi ໄດ້ນຳມາສະເໜີ ຢູ່ເວທີປາໄສເລີ່ມຕົ້ນທຸລະກິດແຫ່ງຊາດ ປີ 2018.

ລູກຄ້າມາຢ້ຽມຢາມຕົວແບບປູກຝັງດ້ວຍນຳ້ ຂອງ ບໍລິສັດ Hachi ທີ່ສະຖາບັນກະສິກຳ ຮ່າໂນ້ຍ.
Hachi ກໍສ້າງຕົວແບບ ນິຄົມປູກຝັງດ້ວຍນຳ້ ມີເນື້ອທີ່ ກວ້າງ 4.000 ມ2 ທີ່ ນະຄອນ ແມວເບີນ ປະເທດ ອົດສະຕຣາລີ. |
ດ້ວຍການ ພັດທະນານິຄົມແບບ ໄຮໂດຣໂປນິກ, ທ່ານ ດັ້ງຊວນເຈື່ອງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ເຕັກໂນໂລຊີສູງ Hachi ຫວຽດນາມ ໄດ້ຖືກເລືອກ ໃຫ້ເປັນໜຶ່ງໃນຊາວໜຸ່ມ 10 ຄົນ ທີ່ພົ້ນເດັ່ນຂອງນະຄອນຫຼວງ ໃນການເລີ່ມຕົ້ນທຸລະກິດປີ 2018, ເປັນໜຶ່ງໃນຈຳນວນ 13 ຄົນທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທົ່ວໂລກຈັດຂຶ້ນຢູ່ ອິນເດຍ, ໄດ້ຮັບລາງວັນໃນງານແຂ່ງຂັນ Asian Startup Submit 2018 ຢູ່ ສ ເກົາຫຼີ. Hachi ໄດ້ຮັບເລືອກເປັນ 1 ໃນ 7 ວິສາຫະກິດ ເລີ່ມຕົ້ນທຸລະກິດ ທ່ີພົ້ນເດັ່ນທີສຸດຢູ່ ທະວີບ ອາຊີ ຊຶ່ງໄດ້ປະກາດ ໃນເວທີປາໄສເສດຖະກິດໂລກ 2018 ແລະ ລາງວັນກ່ຽວກັບການເລີ່ມຕົ້ນທຸລະກິດ ຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດອີກດ້ວຍ.
ບົດ: ບິກເວິນ - ພາບ: ແທງຢາງ, ເອກະສານ