ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີ ສະຖາບັນສ້າງບາດກ້າວບຸກທະລຸກ່ຽວກັບຄຸນນະພາບການບຳລຸງສ້າງພະນັກງານບັນດາຍຸດທະສາດ ແລະ ພະນັກງານຂັ້ນສູງຂອງພັກ, ລັດ, ກຳລັງປະກອບອາວຸດຕິດພັນກັບການຍົກສູງຄຸນນະພາບການຄົ້ນຄ້ວາວິທະຍສາດ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VNA)
ຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີໄຂສົກຮຽນ 2026 – 2027 ຂອງວິທະຍາຄານການປ້ອງກັນຊາດ, ສູນບຳລຸງສ້າງພະນັກງານຂັ້ນສູງ ແລະ ຄົ້ນຄ້ວາວິທະຍາສາດການທະຫານ, ການປ້ອງກັນຊາດແຖວໜ້າຂອງກອງທັບ ແລະ ປະເທດຊາດ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີ ສະຖາບັນສ້າງບາດກ້າວບຸກທະລຸກ່ຽວກັບຄຸນນະພາບການບຳລຸງສ້າງພະນັກງານບັນດາຍຸດທະສາດ ແລະ ພະນັກງານຂັ້ນສູງຂອງພັກ, ລັດ, ກຳລັງປະກອບອາວຸດຕິດພັນກັບການຍົກສູງຄຸນນະພາບການຄົ້ນຄ້ວາວິທະຍສາດ. ທ່ານໃຫ້ຮູ້ວ່າ:
ສະຖາບັນບໍ່ພຽງແຕ່ປັບປຸງຫຼັກສູດການສອນໃຫ້ສົມບູນແບບເທົ່ານັ້ນ ຫາກຍັງຕ້ອງເຮັດແຈ້ງບັນດາບັນຫາໃໝ່ກ່ຽວກັບຈິນຕະນາການ, ເປົ້າໝາຍ, ວິແມ່ນທີການ ແລະ ແຫຼ່ງກຳລັງເພື່ອປົກປ້ອງປະເທດຊາດ. ປະກອບ ຈິນຕະນາການຍຸດທະສາດ, ຄວາມສາມາດ, ລະດັບຄວາມຮູ້, ຄຸນນະທາດ ໃຫ້ແກ່ນັກສຳມະນາກອນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່. ສ້າງບາດກ້າວບຸກທະລຸ ກ່ຽວກັບຄຸນນະພາບການບຳລຸງສ້າງ ພະນັກງານບັ້ນຮົບຍຸດທະສາດ ແລະ ພະນັກງານຂັ້ນສູງຂອງພັກ, ລັດ, ກຳລັງປະກອບອາວຸດຕິດພັນກັບການຍົກສູງຄຸນນະພາບການຄົ້ນຄ້ວາວິທະຍາສາດໃຫ້ຫຼາຍກວ່າອີກ, ນຳວິທະຍາຄານກາຍເປັນສູນເສນາທິການຍຸດທະສາດແຖວໜ້າກ່ຽວກັບການທະຫານ, ການປ້ອງກັນຊາດ.
(ແຫຼ່ງຄັດຈາກ VOV)