• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ລະ​ຫວ່າງສອງ​ປະ​ເທດ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຕອນຄ່ຳວັນທີ 4 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນວັນທີ 3 – 4 ມິຖຸນາ. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 4 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບການນຳພັກແຮງງານ, ນາຍົກລັດຖະມົນຕີ ອົດສະຕາລີ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ Anthony Albanese (ພາບ:TTXVN)

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນການຖືເປັນສຳຄັນຂອງຫວຽດນາມ ສຳລັບການພົວພັນ ຫວຽດນາມ - ອົດສະຕາລີ, ຕີລາຄາສູງການພັດທະນາຢ່າງແຮງ, ແທດຈິງ ແລະ ຮອບດ້ານຂອງການຮ່ວມມືລະຫວ່າງສອງປະເທດໃນຊຸມປີຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ໝາກຜົນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Anthony Albanese, ໂດຍສະເພາະແມ່ນບັນດາການພົບປະເຈລະຈາ, ຂອງທ່ານນາຍົກລັດຖະມົນຕີ ກັບການນຳ ຫວຽດນາມ ແລະ ຂໍ້ຕົກລົງສຳຄັນຕ່າງໆທີ່ສອງປະເທດບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້. ທ່ານເລຂາທິການໃຫຍ່ສະແດງຄວາມເຫັນດີເປັນເອກະພາບຕໍ່ທິດທາງພັດທະນາການພົວພັນ, ໃນນັ້ນ ມີການປະຕິບັດການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ຮ່ວມມື ດີກວ່າ ແລະ ຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງລະຫວ່າງ 2 ປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ ອົດສະຕາລີ  Anthony Albanese ປາດຖະໜາວ່າ ອົດສະຕາລີ ປາດຖະໜາຢາກຍົກການພົວພັນລະຫວ່າງສອງປະເທດຈາກຄູ່ຮ່ວມມືຍຸດທະສາດໃນປັດຈຸບັນ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ທັດສະນະຂອງ Camberra ກ່ຽວກັບຄວາມສຳຄັນຂອງການປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕຂອງບັນດາປະເທດ, ການພົວພັນສະເໝີພາບ, ສະໜັບສະໜູນບົດບາດເປັນໃຈກາງຂອງສະມາຄົມ ອາຊຽນ ແລະ ນະໂຍບາຍຂອງລັດຖະບານ ອົດສະຕາລີ ແລະ ແນວທາງທີ່ເປັນມູນເຊື້ອຂອງພັກແຮງງານ, ນັ້ນແມ່ນຖືການຊຸກຍູ້ການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ເປັນສຳຄັນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top