ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອາເມລິກາ ມີການພັດທະນາເປັນປົກກະຕິ, ແທ້ຈິງ, ມີປະສິດທິຜົນ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະຂັ້ນສູງ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ (ພາບ: TTXVN)
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ, ຕອນເຊົ້າວັນທີ 20 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອາເມລິກາ ມີການພັດທະນາເປັນປົກກະຕິ, ແທ້ຈິງ, ມີປະສິດທິຜົນ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະຂັ້ນສູງ.
ກ່ຽວກັບການແລກປ່ຽນດ້ານເສດຖະກິດ - ການຄ້າ, ທ່ານເລຂາທິການໃຫຍ່ ປາດຖະໜາຢາກສອງຝ່າຍສືບຕໍ່ສົນທະນາຢ່າງກົງໄປກົງມາ, ແທ້ຈິງ ກ່ຽວກັບບັນດາບັນຫາຍັງຄົງຄ້າງບົນຈິດໃຈສົມດູນ, ກົມກຽວຜົນປະໂຫຍດ, ເໝາະສົມກັບເງືອນໄຂ ແລະ ຜົນປະໂຫຍດອັນຊອບທຳຂອງແຕ່ລະຝ່າຍ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ປະຊາຊົນສອງປະເທດ.
ທ່ານປະທານາທິບໍດີ Donald Trump ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ”, ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ, ທ່ານຖືວ່າສິ່ງນີ້ສະແດງໃຫ້ເຫັນທີ່ຕັ້ງ, ຖານະບົດບາດນັບມື້ນັບສູງຂຶ້ນຂອງ ຫວຽດນາມ ບົນເວທີສາກົນ, ກໍ່ຄືຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທົ່ວໂລກ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຊື້ອເຊີນທ່ານປະທານາທິບໍດີ ແລະ ພັນລະຍາມາຢ້ຽມຢາມ ຫວຽດນາມຄືນໃໝ່. ທ່ານປະທານາທິບໍດີ Donald Trump ໄດ້ຮັບຄຳເຊື້ອເຊີນ ແລະ ໃຫ້ຮູ້ວ່າຈະມາຢ້ຽມຢາມຫວຽດນາມໃນໄວໆນີ້.
(ແຫຼ່ງຄັດຈາກ VOV)