ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຊີ້ແຈ້ງວ່າ: ນີ້ເປັນຄັ້ງທຳອິດ ຂອງໂຄງການທີ່ມີຂອບຂະໜາດກວມລວມໃນວົງກວ້າງ, ກ່ຽວຂ້ອງເຖິງຫຼາຍຂະແໜງການ, ຂົງເຂດ, ມີຜົນກະທົບໂດຍກົງຕໍ່ປະຊາຊົນນັບສິບລ້ານຄົນ, ພິເສດແມ່ນເຂດຊົນນະບົດ, ພູສູງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮຶງ ເປັນປະທານກອງປະຊຸມທາງໄກ ການຈັດຕັ້ງປະຕິບັດ ໂຄງການເປົ້າໝາຍແຫ່ງຊາດວ່າດ້ວຍການພັດທະນາວັດທະນະທຳ - ສັງຄົມ, ຊົນນະບົດ, ຊົນເຜົ່າ ແລະ ເຂດພູສູງໄລຍະ 2026 – 2035 (ພາບ: VNA)
ວັນທີ 15 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮຶງ ຫົວໜ້າຄະນະຊີ້ນຳສູນກາງການປະຕິບັດໂຄງການເປົ້າໝາຍແຫ່ງຊາດວ່າດ້ວຍການພັດທະນາວັດທະນະທຳ - ສັງຄົມ, ຊົນນະບົດ, ຊົນເຜົ່າ ແລະ ເຂດພູສູງໄລຍະ 2026 – 2035 ໄດ້ເປັນປະທານກອງປະຊຸມທາງໄກກ່ຽວກັບການຜັນຂະຫຍາຍປະຕິບັດໂຄງການ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຊີ້ແຈ້ງວ່າ: ນີ້ເປັນຄັ້ງທຳອິດ ຂອງໂຄງການທີ່ມີຂອບຂະໜາດກວມລວມໃນວົງກວ້າງ, ກ່ຽວຂ້ອງເຖິງຫຼາຍຂະແໜງການ, ຂົງເຂດ, ມີຜົນກະທົບໂດຍກົງຕໍ່ປະຊາຊົນນັບສິບລ້ານຄົນ, ພິເສດແມ່ນເຂດຊົນນະບົດ, ພູສູງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານ ຮຽກຮ້ອງວ່າ:
ການໂຮມບັນດາລາຍການເປົ້າໝາຍແຫ່ງຊາດຕ້ອງສ້າງການຫັນປ່ຽນຢ່າງແທ້ຈິງໃນການຄຸ້ມຄອງ, ຫຼຸດຜ່ອນຫົວໜ່ວຍປະສານງາມ, ຫຼຸດຜ່ອນການປະຕິບັດລະບຽບການບໍລິຫານ ແລະ ແກ້ໄຂສະພາບການທັບຊ້ອນກັນ; ຍົກສູງປະສິດທິຜົນການນຳໃຊ້ບັນດາແຫຼ່ງກຳລັງ; ສຸມໃສ່ແຫຼ່ງກຳລັງແຫ່ງລັດເພື່ອລົງທຶນຢ່າງມີຈຸດສຸມ. ໃຫ້ບຸລິມະສິດບັນດາໜ້າທີ່ຈຳເປັນ, ມີຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຄື ນ້ຳປະປາ, ດິນຢູ່ອາໄສ, ດິນທຳການຜະລິດ, ຮັບປະກັນການດຳລົງຊີວິດໃຫ້ແກ່ປະຊາຊົນ, ທ້ອງຖິ່ນທີ່ປະສົບຄວາມຫຍຸ້ງຍາກ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກວ່າໝູ່. ຕ້ອງຖືໝາກຜົນໃນການປະຕິບັດບັນດາເປົ້າໝາຍ, ຄາດໝາຍ, ປະສິດທິຜົນໃນການການນຳໃຊ້ແຫຼ່ງກຳລັງ ແລະ ລະດັບຊົມໃຊ້ໃນຕົວຈິງ ຂອງປະຊາຊົນແມ່ນໄມ້ຫຼາວັດແທກຕີລາຄາມີປະສິດທິຜົນຂອງໂຄງການ.
(ແຫຼ່ງຄັດຈາກ VOV)