• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂົ້າ​ຮ່ວມ​ພິ​ທີ​ສະເຫຼີມ​ສະຫຼອງວັນ​​ມູນ​ເຊື້ອ​ຂອງກຳ​ລັງ​ຕຳຫຼວດ​ອາ​ຍາ, ກະ​ຊວງ​ຕຳ​ຫຼວດ

ຕອນ​ເຊົ້າ​ວັນ​ທີ 18 ເມ​ສາ, ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອ​ກຳ​ລັງ​ຕຳຫຼວດ​ອາ​ຍາ, ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຄົບ​ຮອບ 80 ປີ (18/4/1946 - 18/4/2026) ແລະ ພິ​ທີ​ມອບ - ຮັບຫຼຽນ​ໄຊ ໂຮ່​ຈີ​ມິນ.
  ທ​່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂົ້າ​ຮ່ວມ​ພິ​ທີ​ສະເຫຼີມ​ສະຫຼອງວັນ​​ມູນ​ເຊື້ອ​ຂອງກຳ​ລັງ​ຕຳຫຼວດ​ອາ​ຍາ, ກະ​ຊວງ​ຕຳ​ຫຼວດ (ພາບ: VOV)  

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະເຫຼີມ​ສະຫຼອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ໃຫ້ ກຳ​ລັງ​ຕຳຫຼວດ​ອາ​ຍາ ສຸມ​ໃສ່​ການ​ເຊື່ອ​ມ​ຊຶມ, ຫັນ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ ເປັນ​ລະ​ອຽດ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ທັດ​ສະ​ນະ​ໃໝ່​ກ່ຽວ​ກັບ​ຄວາມ​ສະ​ຫງົບ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ:

“ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ກຳ​ລັງ​ຕຳຫຼວດ​ອາ​ຍາ​ເປັນ​ແບບ​ຢ່າງ, ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ຈິດ​ໃຈ​ກະ​ທຳ, “ລະ​ບຽບ​ວິ​ໄນ​ມ​ີ​ຄວາມ​ຮັບ​ຜິດ​ຊອບ”, ລະ​ບຽບ​ວິ​ໄນ​ປະ​ຕິ​ບັດ”, “ເລືອກ​ເຟັ້ນ​ຖືກ​ຕ້ອງ - ຜັນ​ຂະ​ຫຍາຍ​ຢ່າງວ່ອງ​ໄວ - ປະ​ຕິ​ບັດ​ໃຫ້​ເຖິງ​ກົກ​ເຖິງ​ປາຍ - ວັດ​ແທກ​ດ້ວຍ​ໝາ​ກ​ຜົນ​ລະ​ອຽດ”; “ຕ​ັດ​ສິນ​ຫຼຸດ​ຜ່ອນ​ຈຳ​ນວນ​ອາດ​ຊະ​ຍາ​ກຳ​ລົງ​ແບບ​ຍືນ​ຍົງ ຕາມ​ທິດ​ນຳ “ເປັນ​ເຈົ້າ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ແຕ່​ໄວ, ແຕ່​ໄກ, ແຕ່​ຂັ້ນ​ຮ​າກ​ຖານ”; “ຖື​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ແມ່ນ​ພື້ນ​ຖານ, ຍຸດ​ທະ​ສາດ, ຍາວ​ນານ; ການ​ຕໍ່​ສູ້​ເປັນ​ຈຸດ​ສຸມ, ເປັນ​ປະ​ຈຳ, ຮີບ​ດ່ວນ”. ເສີມ​ຂະ​ຫຍາຍ​ຂະ​ບວນ​ການ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ໃຫ້​ເປັນ​ຢ່າງ​ດີ.” ລ້າຍ​ຮ​ວາ

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ”. ສິ່ງ​ດັ່ງ​ກ່າວ ໂດຍ​ທ່ານ ດັ້ງ​ຮ​ວ່າງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ເນື່ອງ​ໃນ​ໂອ​ກາດ​ ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU), ຢູ່ Istanbul (ຕວັກ​ກີ)

Top