• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ JCCI ຊຸກ​ຍູ້​ການ​ຫັນ​ປ່ຽນ​ເຕັກ​ໂນ​ໂລ​ຢີ ແລະ ໜູນ​ຊ່ວຍ​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ຢ່າງ​ແຮງ

JCCI ແລະ ຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນ້ຳຂອງສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ຊຸກຍູ້ການລົງທຶນ, ຍົກສູງຄຸນນະພາບການລົງທຶນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: Dương Giang/TTXVN)
ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບການນຳບັນດາວິສາຫະກິດຂຶ້ນກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (JCCI) ໂດຍທ່ານ Keita Ishii ປະທານຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນ້ຳຂອງ, ປະທານທັງເປັນ CEO ກຸ່ມບໍລິສັດ Itochu ເປັນຫົວໜ້າຄະນະ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງການຮ່ວມມື, ປະກອບສ່ວນອັນລ້ຳຄ່າຂອງ JCCI ກໍ່ຄືຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນ້ຳຂອງ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ເປັນຂົວເຊື່ອມຕໍ່ຊ່ວຍບັນດາວິສາຫະກິດ ຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ JCCI ແລະ ຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນ້ຳຂອງສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ຊຸກຍູ້ການລົງທຶນ, ຍົກສູງຄຸນນະພາບການລົງທຶນ, ພິເສດແມ່ນຊຸກຍູ້ຢ່າງແຮງການຖ່າຍທອດເຕັກໂນໂລຢີ ແລະ ໜູນຊ່ວຍວິສາຫະກິດ ຫວຽດນາມ ຍົກສູງຄວາມສາມາດແກ້ງແຍ້ງ ເຂົ້າຮ່ວມລະບົບມູນຄ່າຂອງບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງ ຍີ່ປຸ່ນ ຢ່າງເລິກເຊິ່ງ.

(ແຫຼ່ງຄັດຈາກ VOV)

ອົງ​ຄະ​ນະ​ພັກ​ທຸກ​ອົງ​ການ​ພັກ​ສູນ​ກາງ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XIV ຂອງ​ພັກ

ອົງ​ຄະ​ນະ​ພັກ​ທຸກ​ອົງ​ການ​ພັກ​ສູນ​ກາງ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XIV ຂອງ​ພັກ

ກ່າວຄຳເຫັນກອງປະຊຸມ, ທ່ານເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ, ເນັ້ນໜັກວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

Top