ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Nate Franklin, ປະທານກຸ່ມບໍລິສັດ Pacifico Energy (PE) (ພາບ: VGP)
ທ່ານນາຍົກລັດຖະມົນຕີ ສະເໜີ Pacifico Energy ເພີ່ມທະວີການລົງທຶນ, ດຳເນີນທຸລະກິດ ແລະ ຮ່ວມມືກັບບັນດາວິສາຫະກິດ ຫວຽດນາມກ່ຽວກັການຫັນເປັນສີຂຽວ, ພະລັງງານສະອາດ, ພະລັງງານທົດແທນ, ພິເສດແມ່ນການຜັນຂະຫຍາຍບັນດາໂຄງການໄຟຟ້າແສງຕາເວັນ, ໄຟຟ້າແຮງລົມຢູ່ນອກຝັ່ງ ແລະ ຄົ້ນຄ້ວາ, ລົງທຶນພັດທະນາລະບົບເຄືອຂ່າຍໄຟຟ້າ, ສົ່ງໄຟຟ້າຢູ່ ຫວຽດນາມ ເພື່ອປະກອບສ່ວນຮັບປະກັນຄວາມໝັ້ນຄົງພະລັງງານ.
ສ່ວນທ່ານ Nate Franklin ໄດ້ຕີລາຄາສູງບັນດາການຊີ້ນຳຂອງການນຳຂັ້ນສູງ ຫວຽດນາມ ກໍ່ຄືສ່ວນຕົວທ່ານນາຍົກລັດຖະມົນຕີກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ກໍ່ຄືການໜູນຊ່ວຍຢ່າງຕັ້ງໜ້າ, ມີປະສິດທິຜົນຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ກັບບັນດາວິສາຫະກິດ, ຢັ້ງຢືນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາທີ່ໃຫຍ່ຫຼວງ ແລະ ຄວາມສາມາດບົ່ມຊ້ອນນີ້ ພວມໄດ້ຮັບການຫັນເປັນຕົວຈິງ ດ້ວຍແງ່ຫວັງໃນອະນາຄົດແມ່ນຕັ້ງໜ້າທີ່ສຸດ.