ຕອນຄ່ຳວັນທີ 29 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ດຳເນີນກອງປະຊຸມທາງໄກກັບບັນດາແຂວງດັກລັກ, ຢາລາຍ, ແຄັງຮວ່າ ແລະ ເລີມດົ່ງ ກ່ຽວກັບວຽກງານປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມຄັ້ງປະຫວັດສາດ ແລະ ເປັນເຈົ້າການຮັບມືກັບພາຍຸລູກທີ 15.
ທ່ານນາຍົກລັດຖະມົນຕີ ກໍປຸກລະດົມບັ້ນເຄື່ອນໄຫວກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນເຂດນ້ຳຖ້ວມຄືນໃໝ່. (ພາບ: VGP/Nhật Bắc)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ, ພາຍຸລູກຜ່ານມາແມ່ນພາຍຸຄັ້ງປະຫວັດສາດ, ສ້າງຜົນເສຍຫາຍຢ່າງໃຫຍ່ຫຼວງທີ່ສຸດ ໂດຍບໍ່ເຄີຍມີມາກ່ອນ. ໜ້າທີ່ສຳຄັນທີ່ສຸດໃນປັດຈຸບັນ ແມ່ນຈັດເຮືອນຢູ່ໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍປຸກລະດົມບັ້ນເຄື່ອນໄຫວກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນເຂດນ້ຳຖ້ວມຄືນໃໝ່. ສູ້ຊົນຮອດວັນທີ 10 ມັງກອນ 2025 ປະຊາຊົນເຂດຖືກນ້ຳຖ້ວມນັ້ນຕ້ອງມີເຮືອນຢູ່, ຮອດວັນທີ 31 ທັນວາ 2025 ຕ້ອງສ້ອມແປງເຮືອນຖືກເປເພສຳເລັດ ແລະ ຮອດວັນທີ 31 ມັງກອນ 2026 ຕ້ອງກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ປະຊາຊົນສຳເລັດ. ຕ້ອງຮັບປະກັນວ່າເຮືອນທັງເປັນບ່ອນພັກອາໄສ ທັງເປັນບ່ອນລີ້ໄພໃນໄພພິບັດ, ພາຍຸນ້ຳຖ້ວມ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ ແລະ ທົ່ວປວງຊົນຜັນຂະຫຍາຍມະຕິສະບັບເລກທີ 380, ລົງວັນທີ 25 ພະຈິກ 2025 ຂອງລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ, ຟື້ນຟູການຜະລິດຢູ່ບັນດາທ້ອງຖິ່ນເຂດພາກກາງ. ມາຮອດປັດຈຸບັນ, ລັດຖະບານໄດ້ໜູນຊ່ວຍກວ່າ 2.000 ຕື້ດົ່ງ ໃຫ້ແກ່ທ້ອງຖິ່ນເຂດຖືກນ້ຳຖ້ວມຜ່ານມາ.
ກ່ຽວກັບການຮັບມືກັບພາຍຸລູກ 15, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວເຕືອນວ່າ ບໍ່ໃຫ້ຂາດສະຕິລະວັງຕົວຢ່າງເດັດຂາດ. ບັນດາແຂວງຄື ເລິມດົ່ງ, ແຄັງຮວ່າ, ຢາລາຍ, ດັກລັກ ຕ້ອງເພີ່ມທະວີການເຝົ້າລະວັງ, ຖອດຖອນບົດຮຽນຈາກການຕ້ານພາຍຸລູກກ່ອນໆ ເພື່ອມີວິທີການຮັບມືຢ່າງມີປະສິດທິຜົນກວ່າ.
ຕຳຫຼວດທະເລເຂດ 3 ກໍໄດ້ລະດົມພະນັກງານ, ນັກຮົບເກືອບ 1000 ຄົນ ເປັນເຈົ້າກາຍຮັບມືກັບພາຍຸລູກທີ 15.
(ແຫຼ່ງຄັດຈາກ VOV)