“ສະເໜີ Airbus ລົງທຶນພັດທະນາເສດຖະກິດທາງອາກາດ, ອາວະກາດຢູ່ ຫວຽດນາມ”. ນີ້ແມ່ນຂໍ້ສະເໜີໂດຍທ່ານນາຍົກລັດຖະມົນຕີມົນຕີ ຟ້າມມິງຈິງ ໄດ້ຍົກອອກມາໃນການຕ້ອນຮັບທ່ານ Wouter Va Wersch, ຮອງປະທານຝ່າຍບໍລິຫານງານທົ່ວໂລກ ກຸ່ມບໍລິສັດ Airbus, ໃນຕອນບ່າຍວັນທີ 14 ມີນາ, ຢູ່ສຳນັກງານລັດຖະບານຢູ່ຮ່າໂນ້ຍ. ທ່ານ Wouter Van Wersch ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Wouter Va Wersch, ຮອງປະທານຝ່າຍບໍລິຫານງານທົ່ວໂລກ ກຸ່ມບໍລິສັດ Airbus, (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມພັດທະນາເສດຖະກິດທາງອາກາດ, ເປີດກວ້າງສາຍການບິນ. ປັດຈຸບັນ, ຫວຽດນາມ ມີ 04 ບໍລິສັດການບິນ, ຂຸດຄົ້ນສາຍການບິນສາກົນ 98 ສາຍໄປຍັງ 20 ປະເທດ ແລະ ເຂດແຄວ້ນໃນໂລກ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ Airbus ສືບຕໍ່ຮ່ວມມືກັບບັນດາບໍລິສັດການບິນຂອງ ຫວຽດນາມ ເພື່ອພັດທະນາຂະແໜງອຸດສາຫະກຳທາງອາກາດ, ລວມທັງການພັດທະນາກອງເຮືອບິນຂອງ ຫວຽດນາມ; ເປີດກວ້າງລະບົບສະໜອງ ແລະ ຜະລິດເຄື່ອງອາໄຫຼ່ເຮືອບິນ Airbus ຢູ່ ຫວຽດນາມ ແລະ ທົ່ວໂລກ; ຜັນຂະຫຍາຍລົງທຶນບັນດາໂຮງງານຜະລິດເຄື່ອງອາໄລຂອງ ຫວຽດນາມ.
ສ່ວນທ່ານ Wouter Van Wersch, ຮອງປະທານຝ່າຍບໍລິຫານງານກຸ່ມບໍລິສັດ Airbus, ໂດຍໃຫ້ຮູ້ວ່າ ນອກຈາກການຮ່ວມມືທາງດ້ານການບິນພົນລະເມືອງແລ້ວ, Airbus ອາດຈະຜັນຂະຫຍາຍບັນດາການເຄື່ອນໄຫວໂຄງການກ່ຽວກັບເຕັກໂນໂລຢີອາວະກາດ, ຜະລິດເຄື່ອງອາໄຫຼ່ເຮືອບິນ…; ພ້ອມທັງປາດຖະໜາວ່າ ຫວຽດນາມ ສືບຕໍ່ອຳນວຍຄວາມສະດວກເພື່ອໃຫ້ກຸ່ມບໍລິສັດຮ່ວມມືກັບບັນດາກົມກອງ,ວິສາຫະກິດທີ່ກ່ຽວຂ້ອງເພື່ອຍົກລະດັບ, ພັດທະນາກ່ຳປັ່ນແບບຍືນຍົງ, ຄືດັ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ, ກໍ່ໄດ້ກຳນົດທິດພັດທະນາຂອງ ຫວຽດນາມ ໃນໄລຍະຈມາເຖິງ.
(ແຫຼ່ງຄັດຈາກ VOV)