• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຊຸກຍູ້ການຫັນປ່ຽນພະລັງ ງານດ້ວຍຂັ້ນຕອນເໝາະສົມ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ການຫັນປ່ຽນພະລັງງານ ແມ່ນຄວາມຕ້ອງການ ພາວະວິໄສ, ຜົນປະໂຫຍດຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ທຸກໆປະເທດ, ແຕ່ວິວັດການນີ້ຕ້ອງຮັບປະກັນເປົ້າໝາຍພັດທະນາເສດຖະກິດ
ທ່ານນາຍົກລັດມົນຕີ ຟ້າມມິງຈິງ ເຂົ້າຮ່ວມ ການໂອ້ລົມສົນທະນາກ່ຽວກັບ “ຍູ້ໄວການຫັນປ່ຽນໄຟຟ້າຖ່ານຫີນ”

ຕອນບ່າຍວັນທີ 2 ທັນວາ (ຕາມເວລາ ຫວຽດນາມ), ທ່ານນາຍົກລັດມົນຕີ ຟ້າມມິງຈິງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາກ່ຽວກັບ “ຍູ້ໄວການຫັນປ່ຽນໄຟຟ້າຖ່ານຫີນ” ໂດຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເປັນເຈົ້າການຈັດຂຶ້ນ ໃນຂອບເຂດກອງປະ ຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ກ່ຽວກັບການປ່ຽນ ແປງຂອງດິນຟ້າອາກາດ (COP28) ຢູ່ດູບາຍ, ສະຫະລັດ ອາຣັບ ເອມີເລັດ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ການຫັນປ່ຽນພະລັງງານ ແມ່ນຄວາມຕ້ອງການ ພາວະວິໄສ, ຜົນປະໂຫຍດຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ທຸກໆປະເທດ, ແຕ່ວິວັດການນີ້ຕ້ອງຮັບປະກັນເປົ້າໝາຍພັດທະນາເສດ ຖະກິດ, ຄວາມໝັ້ນຄົງດ້ານພະລັງງານງານແຫ່ງຊາດ ແລະ ວຽກເຮັດ ງານທຳຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ຈະສ້າງສຳເລັດລະບອບ, ຂອບກົດໝາຍ, ກົນໄກນະໂຍບາຍ ເພື່ອຫັນປ່ຽນໄປພະລັງງານທົດແທນ ດ້ວຍຂັ້ນຕອນ ແລະ ບາດກ້າວເໝາະສົມກັບສະພາບການຂອງແຕ່ລະປະເທດ. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຄູ່ຮ່ວມມື ເພີ່ມທະວີການໜູນຊ່ວຍ ຫວຽດນາມ ກ່ຽວກັບການເງິນ ບຸລິມະສິດ, ເຕັກໂນໂລຊີກ້າວໜ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະ ພາຍສູງ ແລະ ສ້າງລະບົບບໍລິຫານອັດສະລິຍະ.

ແລະ ກໍ່ໃນວັນດຽວກັນ, ກອງປະຊຸມສຸດຍອດກຸ່ມ G77 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ຈັດຂຶ້ນ ເນື່ອງໃນໂອກາດ ກອງປະຊຸມ  COP28. ກອງປະຸຊມໂດຍທ່ານປະທານ ກູບາ Miguel Diaz-Canel Bermudez, ປະທານ G77 ປີ 2023, ເປັນປະທານ, ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ການນຳຂັ້ນສູງ ແລະ ຜູ້ຕາງໜ້າມາຈາກ 134 ປະເທດໃນກຸ່ມ G77 ແລະ ບັນດາອົງການສາກົນເຂົ້າຮ່ວມ.

ທີ່ວາລະປຶກສາຫາລືຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີບົດກ່າວປາໄສສຳຄັນ, ສະເໜີ 03 ການກຳນົດທິດຮ່ວມມືໃນ ກຸ່ມ G77.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top