• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາ ໂຄງການທ່າອາກາດຍະບານສາກົນ ລອງແທ່ງ, ເສັ້ນທາງດ່ວນ ບຽນຮວ່າ-ລອງແທ່ງ

ວັນທີ 1 ກຸມພານີ້, ຢູ່ແຂວງ ດົ່ງນາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາສະຖານທີ່ກໍ່ສ້າງ 2 ເສັ້ນທາງຄົມມະນາຄົມເຊື່ອມຕໍ່ກັບເສັ້ນທາງດ່ວນ ບຽນຮ່ວາ - ຫວຸງເຕົ່າ ແລະ ທ່າອາກາດຍະຍານສາກົນລອງແທ່ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຂອງຂວັນ ອວຍພອນປີໃໝ່ພະນັກງານ, ວິສະວະກອນ ແລະ ກຳມະກອນທີ່ເຮັດວຽກຢູ່ເຂດກໍ່ສ້າງ.

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດໂຄງການ ບຽນຮວ່າ - ຫວຸງເຕົ່າ ແລະ ມອບຂອງຂວັນ ອວຍພອນປີໃໝ່ພະນັກງານ, ວິສະວະກອນ ແລະ ຄົນງານທີ່ເຮັດວຽກຢູ່ເຂດກໍ່ສ້າງ.

ເຮັດວຽກຢູ່ທ່າອາກາດສະຍານສາກົນລອງແທ່ງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາ ຫົວໜ່ວຍຕ້ອງເພີ່ມທະວີຄວາມຄືບໜ້າ, ພາຫະນະເຄື່ອງຈັກ, ອຸປະກອນ, ເພີ່ມທະວີຜູ້ຮັບເໝົາກໍ່ສ້າງກິດຈະກຳຍ່ອຍ, ປ່ຽນໃໝ່ວິທີການກໍ່ສ້າງເພື່ອ ຮັບປະກັນໃຫ້ສຳເລັດໃນວັນທີ 31 ທັນວານີ້. ການຮັບເອົາ, ກວດກາ ແລະ ວຽກງານອື່ນໆ ຕ້ອງປະຕິບັດໄປພ້ອມໆກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບໝາຍໜ້າທີ່ລະອຽດ ແລະ ແກ້ໄຂບັນດາບັນຫາທີ່ຄ້າງຄາໂດຍກົງ

ຕອນບ່າຍວັນດຽວກັນນີ້, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ລົງກວດກາໂຄງການກໍ່ສ້າງເສັ້ນທາງອ້ອມຮອບ 3 ນະຄອນ ໂຮ່ຈີມິນ  ແລະ ອາຄານl T3 ທ່າອາກາດສະຍານສາກົນ ເຕີນເຊີນເຍີດ.

(ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ສື່ມວນຊົນອາຣັບບິຊາອຸດິໄດ້ໃຫ້ຂ່າວວ່າວັນທີ2 ກຸມພາທ່ານ Ahmed Al-Sharaa, ປະທານາທິບໍດີຊົ່ວຄາວຊີຣີຈະທຳການຢ້ຽມຢາມປະເທດນີ້.

Top