ຕາມມະຕິຂອງສະພາແຫ່ງຊາດ, ນະຄອນ ກວາງນິງ ໄດ້ຮັບການສ້າງຕັ້ງົບົນພື້ນຖານເນື້ອທີທຳມະຊາດ (6.231,27 ຕາລາງກມ) ແລະ ປະຊາກອນ 1.523.400 ຄົນຂອງແຂວງ ກວາງນິງ.
ຍ້ອນມີທິດທາງຍຸດທະສາດທີ່ຖືກຕ້ອງ, ເສດຖະກິດຂອງແຂວງ ກວາງນິງ ຈຶ່ງມີການກ້າວກະໂດດຂັ້ນຢ່າງໂດດເດັ່ນ. ພາບ: VNA
ວັນທີ 01 ກັນຍາ, ມະຕິເລກທີ 36/2026/QH ຂອງສະພາແຫ່ງຊາດ ຫວຽດນາມ ກ່ຽວກັບການສ້າງຕັ້ງນະຄອນ ກວາງນິງ ມີຜົນສັກສິດຢ່າງເປັນທາງການ. ສະນັ້ນ, ນັບແຕ່ມື້ນີ້, ທົ່ວປະເທດ ຫວຽດນາມ ມີ 8 ນະຄອນ, ລວມມີ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຫາຍຟ່ອງ, ດ່ານັ້ງ, ເກິນເທີ, ເຫ້ວ, ດົ່ງນາຍ ແລະ ກວາງນິງ.
ຕາມມະຕິຂອງສະພາແຫ່ງຊາດ, ນະຄອນ ກວາງນິງ ໄດ້ຮັບການສ້າງຕັ້ງົບົນພື້ນຖານເນື້ອທີທຳມະຊາດ (6.231,27 ຕາລາງກມ) ແລະ ປະຊາກອນ 1.523.400 ຄົນຂອງແຂວງ ກວາງນິງ.
ມື້ທຳອິດໃສ່ຊື່ “ນະຄອນ ກວາງນິງ” ກົງກັບໂອກາດທົ່ວປະເທດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ, ຢູ່ຖະໜົນສາຍຕ່າງໆ, ເຂດຊຸມຊົນ, ຮ່ອມບ້ານໃນບໍລິເວນນະຄອນເຕັມໄປດ້ວຍທຸງຊາດ, ດອກໄມ້, ປ້າຍຄຳຂວັນຂ່ຳນັບຊົມເຊີຍນະຄອນ, ປະກອບສ່ວນແຜ່ກະຈາຍບັນຍາກາດປິຕີຊົມຊື່ນໃນມື້ ກວາງນິງ ກາຍເປັນນະຄອນຂຶ້ນກັບສູນກາງຢ່າງເປັນທາງການ. ທ່ານ ໂຕຕຽນເກື່ອງ, ຕາແສງ ບ້າຍໄຈ້, ນະຄອນ ກວາງນິງ, ແບ່ງປັນວ່າ:
“ບັນຍາກາດປິຕິຊົມຊື່ນທີ່ສຸດ. ພໍ່ແມ່ປະຊາຊົນມີຄວາມເບິກບານມ່ວນຊື່ນຍ້ອນບ້ານເກີດເມືອງນອນກ້າວເຂົ້າສູ່ໄລຍະທາງພັດທະນາໃໝ່, ດ້ວຍຖານະບົດບາດໃໝ່ ແລະ ຄວາມຄາດຫວັງໃໝ່. ທຸກຄົນລ້ວນແຕ່ປາດຖະໜາວ່າ ນະຄອນຈະນັບມື້ນັບທັນສະໄໝ, ສີວິໄລ; ພື້ນຖານໂຄງລ່າງໄດ້ຮັບການລົງທຶນຢ່າງຄົບຊຸດກວ່າ, ສິ່ງແວດລ້ອມແຫ່ງການດຳລົງຊີວິດດີກວ່າ ແລະ ຊີວິດຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ”.
ດ້ວຍຖານະບົດບາດໃໝ່, ກວາງນິງ ມຸ່ງໄປເຖິງການສ້າງເຂດຕົວເມືອງທະເລສີວິໄລ, ທັນສະໄໝ, ສີຂຽວ, ຕິດພັນກັບມໍລະດົກ ແລະ ມີຖານະບົດບາດສາກົນໃໝ່; ກາຍເປັນປະຕູເຊື່ອມຕໍ່ ຫວຽດນາມ ກັບ ອາຊີຕາເວັນອອກສ່ຽງເໜືອ - ແລະອາຊີ ປາຊີຟິກ, ທັງແມ່ນໃຈກາງເສດຖະກິດທະເລຂອງຊາດ.