ໂດຍເປັນພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວໃນ ອາຊຽນ, ຫວຽດນາມ ສາມາດມີການປະກອບສ່ວນຢ່າງສຳຄັນໃຫ້ແກ່ເວທີປາໄສເສດຖະກິດໂລກ (WEF) ທຽນຊີນ ໃນຫຼາຍແງ່ມູມ”.
ຜູ້ຕາງໜ້າສະຖານທູດ ຈີນ ມາສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງໄປຍັງ ຈີນ (ພາບ: VGP)
ນີ້ແມ່ນຂໍ້ສັງເກດຂອງທ່ານຮອງສາດສະດາຈານ ມາເຈຍ, ນັກຮຽນຮູ້ຢູ່ສະຖາບັນຄົ້ນຄວ້າຊິກໂລກໃຕ້ ສັງກັດມະຫາວິທະຍາໄລ ທຽນຊີນ (ຈີນ), ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 16 ຂອງ WEF ຢູ່ ທຽນຊີນ, ຫຼືຍັງເອີ້ນວ່າ “ເວທີປາໄສ Davos ລະດູຮ້ອນ” ແລະ ດຳເນີນການເຄື່ອນໄຫວສອງຝ່າຍຈຳນວນໜຶ່ງຢູ່ ຈີນ.
ເມື່ອຕີລາຄາກ່ຽວກັບເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມ ເວທີປາໄສດັ່ງກ່າວເປັນ 3 ປີຢ່າງລຽນຕິດຢູ່ ຈີນ ກໍຄືບັນດາການປະກອບສ່ວນຂອງ ຫວຽດນາມ ໃນເວທີປາໄສນີ້, ທ່ານສາດສະດາຕານ ມາເຈຍ ຢັ້ງຢືນວ່າ ໂດຍແມ່ນພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວໃນ ອາຊຽນ, ຫວຽດນາມ ສາມາດປະກອບສ່ວນສຳຄັນໃຫ້ແກ່ເວທີປາໄສໃນຫຼາຍດ້ານ, ລວມມີ: ການແບ່ງປັນບົດຮຽນປະສົບການຕົວຈິງໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ດຶງດູດນັກລົງທຶນຕ່າງປະເທດ; ສະເໜີບັນດາແນວຄວາມຄິດໃໝ່ໃນການສ້າງຍຸດທະສາດເສດຖະກິດ, ການຄ້າ ແລະ ບັນດາບັນຫາເພື່ອພັດທະນາແບບຍືນຍົງ; ໄຈ້ແຍກບັນດາສິ່ງທ້າທາຍຂອງການຊຸດໂຊມ, ໄພເງິນເຟີ້ ແລະ ບັນດາສິ່ງທ້າທາຍອື່ນຢ່າງເລິກເຊິ່ງ, ເຊິ່ງພື້ນຖານເສດຖະກິດທົ່ວໂລກພວມປະເຊີນໜ້າ.
(ແຫຼ່ງຄັດຈາກ VOV)