ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການສ້າງຕັ້ງສູນການເງິນສາກົນ ກຳນົດ 12 ກຸ່ມນະໂຍບາຍເພື່ອແນໃສ່ສ້າງກອບນິຕິກຳດຶງດູດການລົງທຶນ, ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດໃນສູນການເງິນສາກົນໃນບັນດາຂົງເຂດ.
ກອງປະຊຸມຄັ້ງທີ 44, ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)
ຕອນບ່າຍວັນທີ 17 ເມສາ, ຢູ່ກອງປະຊຸມຄັ້ງທີ 44, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການສ້າງຕັ້ງ ສູນການເງິນສາກົນ ຢູ່ ຫວຽດນາມ. ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການສ້າງຕັ້ງສູນການເງິນສາກົນ ກຳນົດ 12 ກຸ່ມນະໂຍບາຍເພື່ອແນໃສ່ສ້າງກອບນິຕິກຳດຶງດູດການລົງທຶນ, ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດໃນສູນການເງິນສາກົນໃນບັນດາຂົງເຂດ. ກອງປະຊຸມໄດ້ສຸມໃສ່ເຮັດແຈ້ງບັນດາເນື້ອໃນຄື: ເຮັດແຈ້ງນະໂຍບາຍທີ່ໄດ້ຮັບຖືວ່າມີລັກສະນະກະໂດດຂັ້ນ, ມີລັກສະນະສະເພາະກິດຂອງ ຫວຽດນາມເພື່ອສ້າງກຳລັງແກ້ງແຍ້ງໃນສະພາບການມີສູນການເງິນສາກົນກ່ວາ 100ແຫ່ງ, ເຮັດແຈ້ງຮູບແບບ, ການພົວພັນ, ລັກສະນະເປັນເອກະລາດລະຫວ່າງສອງສູນການເງິນສາກົນຢູ່ສອງນະຄອນ, ບົດບາດຂອງອົງການຄຸ້ມຄອງແຫ່ງລັດ, ບັນດານະໂຍບາຍບຸລິມະສິດກ່ຽວກັບພາສີ, ເພື່ອດຶງດູດບັນດານັກລົງທຶນ, ອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມບັນດາການເຄື່ອນໄຫວຂອງສູນການເງິນສາກົນ.
(ແຫຼ່ງຄັດຈາກ VOV)