• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ວິງ​ ປ່ຽນ​​ໃໝ່​ຈິນ​ຕະ​ນາ​ການ, ປຸກ​ລຸກ​ຄວາມ​ມຸ່ງ​ຫວັງ​​ສົມ​ກັບ​ມູນ​ເຊື້ອ “ນະ​ຄອນ​ແດງ” ວິ​ລະ​ຊົນ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນພິເສດ, ສ້າງຂີດໝາຍແຫ່ງການພັດທະນາ, ການເຕີບໂຫຍ່, ເຂັ້ມແຂງຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນວິງ ໃນຕະຫຼອດໄລຍະ 60 ປີແຫ່ງການພັດທະນາທີ່ຜ່ານມາ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 30 ກັນຍາ, ຢູ່ນະຄອນວິງ, ແຂວງເງະອານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີ 60 ປີແຫ່ງວັນສ້າງຕັ້ງນະຄອນ ວິງ (10/10/1963 – 10/10/2023), 235 ປີແຫ່ງວັນກໍ່ສ້າງກຳແພງ ເຟືອງຮ່ວາງຈຸງໂດ (1788 - 2023) ແລະ ຮັບຫຼຽນໄຊເອກະລາດຊັ້ນສອງ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນພິເສດ, ສ້າງຂີດໝາຍແຫ່ງການພັດທະນາ, ການເຕີບໂຫຍ່, ເຂັ້ມແຂງຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນວິງ ໃນຕະຫຼອດໄລຍະ 60 ປີແຫ່ງການພັດທະນາທີ່ຜ່ານມາ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮຽກຮ້ອງວ່າ:

ທາງນະຄອນຕ້ອງມີການປ່ຽນໃໝ່ຈິນຕະນາການຢ່າງແຮງ, ປຸກລຸກຄວາມມຸ່ງຫວັງພັດທະນາຢ່າງຮອບດ້ານ, ວ່ອງໄວ ແລະ ເຂັ້ມແຂງກ່ວາອີກ, ສົມກັບມູນເຊື້ອ “ນະຄອນແດງ” ວິລະຊົນ. ສ້າງນະຄອນວິງ ກາຍເປັນຕົວເມືອງໃຈກາງຂອງແຂວງ ແລະ ທົ່ວເຂດພາກກາງຕອນໃຕ້, ເປັນກຳລັງແຮງ, ກຳລັງເຕີບໂຕດ້ານເສດຖະກິດຢ່າງແທດຈິງຂອງແຂວງ, ປະກອບສ່ວນຫຼັກແຫຼ່ງ ເພື່ອນຳ ເງະອານ ກາຍເປັນແຂວງມີການພັດທະນາພໍສົມຄວນໃນທົ່ວປະເທດ, ເປັນໃຈກາງຂອງເຂດພາກກາງຕອນໃຕ້ກ່ຽວກັບການຄ້າ, ສາທາລະນະສຸກ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ, ກະສິກຳ ທີ່ນຳໃຊ້ເຕັກໂນໂລຢີສູງ ຕາມຈິດໃຈມະຕິເລກທີ 39 ຂອງກົມການເມືອງ ແລະ ການວາງແຜນຜັງຂອງແຂວງເງະອານໄລຍະ 2021 – 2030, ວິໄສທັດຮອດປີ 2050.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top