• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ສືບຕໍ່ບັນລຸເປົ້າໝາຍດຶງດູດທຶນ FDI 11 ຕື້ໂດລາສະຫະລັດ ໃນປີ 2026

ຕາມ​ພະ​ແນກ​ການ​ເງິນ ນະ​ຄອນ ໂຮ່​ຈີ​ມິນ ແລ້ວ​, ໃນ 8 ເດືອນຕົ້ນ​ປີ 2026, ນະ​ຄອນ ໂຮ່​ຈີ​ມິນ ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ກວ່າ 10 ຕື້​ໂດລາ​ສະ​ຫະ​ລັດ, ທຽບເທົ່າ​ກັບ 91,5% ແຜນ​ການ​ຂອງ​ທັງ​ປີ​.
  ເຂດໂຮງຈັກຂອງ Intel ຢູ່ນະຄອນ ໂຮ່ຈີມິນ (ພາບ: VNA)  

ໃນ 8 ເດືອນ​, ນະ​ຄອນ ໂຮ່​ຈີ​ມິນ ໄດ້​ສະ​ໜອງ​ໃໝ່​ກວ່າ 1.360 ໂຄງ​ການ FDI ດ້ວຍ​ຍອດ​ທຶນ​ຈົດ​ທະ​ບຽນ​ກວ່າ 3,73 ຕື້​ໂດລາ​ສະ​ຫະ​ລັດ​. ເປັນ​ໜ້າ​ສົນ​ໃຈ​, ຂົງ​ເຂດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ຮັບ​ຮູ້ 467 ໂຄງ​ການ​ໃໝ່​, ດ້ວຍ​ຍອດ​ເງິນ​ຈົດ​ທະ​ບຽນ​ກວ່າ 599 ລ້ານ ໂດລາ​ສະ​ຫະ​ລັດ​. ຢູ່​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ ນະ​ຄອນ ໂຮ່​ຈີ​ມິນ​, ລະ​ບົບ​ຊີ​ວະ​ພາບ​ເຕັກ​ໂລ​ໂນ​ຊີຢູ່​ນີ້​ໄດ້​ເຕົ້າ​ໂຮມ​ຫຼາຍ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຂອງ​ໂລກ​, ຄື​: Intel, Samsung, Jabil, BESI... ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສັນ​ຍານ​ທີ່ສະ​ແດງ​ໃຫ້​ເຫັນ​ໂຄງ​ປະ​ກອບ​ເງິນ​ລົງ​ທຶນ ພວມ​ຄ່ອຍໆ​ຫັນ​ປ່ຽນ​ເຂົ້າ​ບັນ​ດາ​ຂະ​ແໜງ​ເຕັກ​ໂລ​ໂນ​ຊີ ແລະ ມູນ​ຄ່າ​ເພີ່ມ​ສູງ​ກວ່າ​. ເມື່ອ​ພິ​ຈາ​ລະ​ນາ​ຕາມ​ຂະ​ແໜງ​ການ​, ທຶນ FDI ຍັງ​ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ຫຼັກ​ແຫຼ່ງ​. ​ທຸ​ລະ​ກິດອະ​ສັງ​ຫະ​ລິ​ມະ​ຊັບ​ກວມ​ອັດ​ຕາສ່ວນ​ໃຫຍ່​ດ້ວຍ 31,6%, ຖັດຈາກ​ນັ້ນ​ແມ່ນ ຂໍ້ມູນ​ຂ່າວສານ ແລະ ການສື່​ສານ​; ຂາຍ​ສົ່ງ​, ຂາຍ​ຍ່ອຍ​; ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​, ປະ​ດິດ​...

​ບໍ່​ພຽງ​ແຕ່​ເພີ່ມ​ກ່ຽວ​ກັບ​ຍອດ​ທຶນ​ຈົດ​ທະ​ບຽນ​, ທຶນ FDI ເຂົ້າ​ເຂດການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ກໍ່ໄດ້​ຮັບ​ຮູ້​ຜົນ​ງານ​ຕັ້ງ​ໜ້າ​, ໃນ​ຂະ​ນະ​ທີ່​ຍອດ​ເງິນ​ລົງ​ທຶນ​ຈາກ​ບັນ​ດາ​ເຂດ​ປຸງ​ແຕ່ງ​, ເຂດ​ອຸດ​ສາ​ຫະ​ກຳ​ໄດ້​ລື່ນ​ກາຍ​ແຜນ​ການຂອງ​ປີ​. ຕາມ​ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ປຸງ​ແຕ່ງ ແລະ ອຸດ​ສາ​ຫະ​ກຳ ນະ​ຄອນ ໂຮ່​ຈີ​ມິນ (HEPZA), ຮອດ​ກາງ​ເດືອນ​ສິງ​ຫາ 2026, ຍອດ​ເງິນ​ລົງ​ທຶນ​ສະ​ໜອງ​ໃໝ່ ແລະ ດັດປັບ​​ຢູ່​ບັນ​ດາ​ເຂດ​ປຸງ​ແຕ່ງ​, ເຂດ​ອຸດ​ສາ​ຫະ​ກຳ​ບັນ​ລຸກ​ວ່າ 5 ຕື​້ື້​ໂດລາ​ສະ​ຫະ​ລັດ​, ລື່ນ​ກາຍ​ກວ່າ 21% ແຜນ​ການ​ປີ​. ໃນ​ຈຳ​ນວນ​ນັ້ນ​, ທຶນ FDI ບັນ​ລຸກ​ວ່າ 4 ຕື້​ໂດລາ​ສະ​ຫະ​ລັດ​.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ແຕ່​ລະ​ປະ​ເທດ.

Top