• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ຍ້ອງຍໍນັກສຶກສາ, ນັກສຳມະນາກອນ ລາວ, ກຳປູເຈຍ ດີເດັ່ນ 123 ຄົນ

ປີ 2023, ມີ 123 ສ່ວນບຸກຄົນໄດ້ຮັບການຍ້ອງຍໍ, ໃນນັ້ນມີນັກຮຽນ, ນັກສຳມະນາກອນ ລາວ 107 ຄົນ ແລະ ນັກຮຽນ, ນັກສຳມະນາກອນ ກຳປູເຈຍ 16 ຄົນ.
ພິທີຍ້ອງຍໍ “ນັກສຶກສາ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ດີເດັ່ນ” ປີ 2023 (ພາບ: tuoitrethudo.com.vn)

ຕອນເຊົ້າວັນທີ 03 ທັນວາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍ “ນັກສຶກສາ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ດີເດັ່ນ” ປີ 2023. ມີນັກຮຽນ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ດີເດັ່ນກວ່າ 123 ຄົນທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍໃນຄັ້ງນີ້. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສະຖາປະນາລາຊະອານາຈັກ ກຳປູເຈຍ (09 ພະຈິກ 1953 – 09 ພະຈິກ 2023), ແລະ 48 ປີແຫ່ງວັນສະຖາປະນາປະເທດ ສປປ.ລາວ (02 ທັນວາ 1975 – 02 ທັນວາ 2023).

ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ມອບນາມມະຍົດ “ນັກສຶກສາ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ດີເດັ່ນນະຄອນ ໂຮ່ຈີມິນ” ເພື່ອແນໃສ່ປຸກລະດົມ, ຍ້ອງຍໍບັນດາແບບຢ່າງດີເດັ່ນທີ່ເປັນນັກສຶກສາ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນໃນເວລາຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ. ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນດີງາມຂອງປະຊາຊົນ ແລະ ຊາວໜຸ່ມ 3 ປະເທດ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບພັດທະນາ.

ປີ 2023, ມີ 123 ສ່ວນບຸກຄົນໄດ້ຮັບການຍ້ອງຍໍ, ໃນນັ້ນມີນັກຮຽນ, ນັກສຳມະນາກອນ ລາວ 107 ຄົນ ແລະ ນັກຮຽນ, ນັກສຳມະນາກອນ ກຳປູເຈຍ  16 ຄົນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top