• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ດ່າລາດ ຮັບ 2 ລາງວັນໃຫຍ່ໃນ Festival ອາຊີ 2025

ນະຄອນ ດ່າລາດ ຍັງໄດ້ຮັບການເຊີດຊູວ່າແມ່ນ “Festival ເປັນມິດກັບສິ່ງແວດລ້ອມທີ່ສຸດ” ໂດຍສະຫະສະມາຄົມ Festival ແລະ ເຫດການສາກົນ ອາຊີ (IFEA ASIA) ຄັດເລືອກ.
ນະຄອນ ດ່າລາດ ຮັບ 2 ລາງວັນໃຫຍ່ໃນ Festival ອາຊີ 2025 (ພາບປະກອບ: TTXVN)

ນະຄອນ ດ່າລາດ ຮັບ 2 ລາງວັນໃຫຍ່ໃນ Festival ອາຊີ 2025, ນັ້ນແມ່ນ: “Festival ດອກໄມ້ ແລະ ເຂດສວນອາຊີ 2025” ແລະ ລາງວັນ ສຸດຍອດອາຊີ. ລາງວັນໄດ້ມອບໃນຕອນຄ່ຳວັນທີ 20 ມີນາ, ທີ່ກອງປະຊຸມສຸດຍອດ Festival ທົ່ວໂລກປີ 2025, ຢູ່ສູນກອງປະຊຸມ HICO ທີ່ Gyeongju, ສ.ເກົາຫຼີ. ນອກນັ້ນ, ນະຄອນ ດ່າລາດ ຍັງໄດ້ຮັບການເຊີດຊູວ່າແມ່ນ “Festival ເປັນມິດກັບສິ່ງແວດລ້ອມທີ່ສຸດ” ໂດຍສະຫະສະມາຄົມ Festival ແລະ ເຫດການສາກົນ ອາຊີ (IFEA ASIA) ຄັດເລືອກ.

        ນີ້ແມ່ນປີທີ 2 ຢ່າງລຽນຕິດ, ທີ່ນະຄອນ ດ່າລາດ ໄດ້ຮັບການເຊີດຊູດ້ວຍລາງວັນສາກົນທີ່ມີອິດທິພົນຊື່ສຽງນີ້, ສືບຕໍ່ຢັ້ງຢືນທີ່ຕັ້ງຂອງທ້ອງຖິ່ນໃນແຜນທີ່ບັນດາງານບຸນພົ້ນເດັ່ນຂອງພາກພື້ນ. ນັບແຕ່ປີ 2005 ມາຮອດປະຈຸບັນ, ນະຄອນ ດ່າລາດ ໄດ້ຈັດ Festival ດອກໄມ້ 10 ຄັ້ງ. ແຕ່ລະຄັ້ງ Festival ດອກໄມ້ລ້ວນແຕ່ມີຫົວຂໍ້ ແລະ ສານສະເພາະ, ປະກອບສ່ວນສ້າງຊື່ສຽງໃຫ້ແກ່ ດ່າລາດ ແມ່ນ “ນະຄອນ Festival ດອກໄມ້ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top