• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 18 ຊຸດຕື່ມອີກ ຢູ່ສວນສາທາລະນະ ເລທິຣຽງ

ນັບແຕ່ວັນທີ 23 ມິຖຸນາ ຮອດວັນທີ 08 ສິງຫາ, ຈຳນວນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ຊອກເຫັນຢູ່ເຂດນີ້ແມ່ນ 245 ຊຸດ.
  ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 18 ຊຸດຕື່ມອີກ (​ພາບ: VNA))  

ວັນ​ທີ 08 ສິງ​ຫາ, ກອງ​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຂຶ້​ນ​ກັບ​ກອງ​ບັນ​ຊາ​ການ​ນະ​ຄອນ ໂຮ່​ຈີ​ມິນ ສືບ​ຕໍ່​ເປີດກວ້າງ​ເຂດ​ຊອກ​ຫາ​ຢູ່​ເຂດ B, ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ, ຜ່ານນັ້ນ, ໄດ້​ພົບ​ເຫັນ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ 18 ຊຸດຕື່ມ​ອີກ. ນັບ​ແຕ່​ວັນ​ທີ 23 ມິ​ຖຸ​ນາ ຮອດ​ວັນ​ທີ 08 ສິງ​ຫາ, ຈຳ​ນວນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ໄດ້​ຊອ​ກ​ເຫັນ​ຢ​ູ່​ເຂດນີ້​ແມ່ນ 245 ຊຸດ.

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໂດຍ​ທ່ານ​ນາງ ຟານ​ທິ​ທັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ກຳ​ລັງ​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຊອກ​ຫ​າ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສວນ​ສາ​ທາ​ລະ​ນະ​ ເລ​ທິ​ຣຽງ.

ສວນ​ສາ​ທາ​ລະ​ນະ​ ເລ​ທິ​ຣຽງ ແມ່ນ​ເຂດ​ພວມ​ຈັດ​ການ​ຊອກ​ຫາ​ບັນ​ດາ​​ອັດ​ຖິນັກ​ວິ​ລະ​ຊົນ, ພະ​ນັກ​ງານ, ​ນັກ​ຮົບປະ​ຕິ​ວັດ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ການ​ລຸກ​ຮື້​ຂຶ້ນ​ຄັ້ງ​ໃຫຍ່​ລະ​ດູ​ບານ​ໃໝ່​ປີວອກ 1968.

(ແຫຼ່ງຄັດຈາກ VOV)

ກອງ K39 ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຊຸດໃນບໍລິເວນແຂວງ ອານຢາງ

ກອງ K39 ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຊຸດໃນບໍລິເວນແຂວງ ອານຢາງ

ກ່ອນໜ້ານັ້ນ, ວັນທີ 03 ສິງຫາ, ກອງ K39 ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 7 ຊຸດຢູ່ບານ ເຕິນລອງ, ຕາແສງ ຈີລັງ, ແຂວງ ອານຢາງ.

Top