• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ຕາມທ່ານແລ້ວ, ບັນດາການອອກສຽງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຖືທ່ານແມ່ນໄພນາບຂູ່ຕໍ່ພື້ນຖານປະຊາທິປະໄຕ ອາເມລິກາ.
ມີມືປືນຄົນໜຶ່ງໄດ້ຊອກຫາວິທີເພື່ອລອບສັງຫານທ່ານ Donald Trump (ພາບ: Reuters)

ວັນທີ 16 ກັນຍາ, ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ໄດ້ຖີ້ມໂທດໃຫ້ແກ່ການອອກສຽງຂອງຝ່າຍປະຊາທິປະໄຕ ພາໄປເຖິງເລື່ອງທ່ານຖືກລອບສັງຫານ. ໃນການຕອບສຳພາດຕໍ່ສຳນັກຂ່າວສານ Fox News, ທ່ານ Trump ຖືວ່າ, ບັນດາການອອກສຽງຂອງທ່ານປະທານາທິບໍດີຄົນປະຈຸບັນ Joe Biden ແລະ ທ່ານຮອງປະທານາທິບໍດີນາງ Kamala Harris, ແມ່ນສາຍເຫດພາໄປເຖິງເລື່ອງທີ່ທ່ານຖືກລອບສັງຫານໃນວັນທີ 15 ກັນຍາ ຜ່ານມາ. ຕາມທ່ານແລ້ວ, ບັນດາການອອກສຽງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຖືທ່ານແມ່ນໄພນາບຂູ່ຕໍ່ພື້ນຖານປະຊາທິປະໄຕ ອາເມລິກາ, ພ້ອມກັບບັນດາການກ່າວຟ້ອງຕ້ານຄືນທ່ານໄດ້ກະຕຸ້ນຜູ້ທີ່ອັນຕະລາຍຄືບັນດາມືປືນຊອກຫາວິທີລອບສັງຫານທ່ານ.

        ວັນທີ 15 ກັນຍາ ຜ່ານມາ, ມີມືປືນຄົນໜຶ່ງໄດ້ຊອກຫາວິທີເພື່ອລອບສັງຫານທ່ານ Donald Trump, ເມື່ອທ່ານພວມຕີກອບຢູ່ລັດ Florida. ນີ້ແມ່ນກົນອຸບາຍລອບສັງຫານທ່ານ Donald Trump ເປັນເທື່ອທີ 2 ພຽງໃນຮອບເວລາ 2 ເດືອນ. ຜູ້ຖືກສົງໄສຕ້ອງຂຶ້ນສານໃນວັນທີ 16 ກັນຍາ ແລະ ຖືກກ່າວໂທດກຳມະສິດປືນບໍ່ມີລະຫັດຈະແຈ້ງ ແລະ ກຳມະສິດປືນເມື່ອພວມແມ່ນນັກໂທດຖືກພິພາກສາ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ອົບພະຍົບ ແລະ ຊາວຕ່າງດ້າວ ອີຢິບ Badr Abdelatty.

Top