ທ່ານ David Thomas ແລະ ໝູ່ເພື່ອນ

ເພື່ອນມິດ ກັບ ຫວຽດນາມ

ທ່ານ David Thomas ແລະ ໝູ່ເພື່ອນ

ທ່ານ David Thomas ແລະ ບັນດາເພື່ອນສິລະປະ ຫວຽດນາມ - ອາເມລິກາ ກໍາລັງພະຍາຍາມ “ປິ່ນປົວ” ສົງຄາມ ທີ່ແກ່ຍາວເຖິງ 7.000 ມື້ (ປະມານ 20 ປີ) ລະຫວ່າງສອງ ປະເທດ ຢູ່ສອງຝັ່ງ ມະ ຫາສະໝຸດ. 

 

ເດືອນ​ ມິຖຸນາ ​ປີ 1969, ທ່ານ David Thomas ​ໄດ້​ອອກ​ຈາກ ນະ ຄອນ Portland ເຂົ້າ​ຮ່ວມກອງ​ທະຫານ​ ອາ​ເມ​ລິ​ກາ ​ເພື່ອການ ເຂົ້າຮ່ວມສົງຄາມ​ຢູ່​ ຫວຽດນາມ. ທ່ານ David Thomas ໄດ້ ປະຈໍາຢູ່ Pleiku ໃນເວລາກວ່າໜຶ່ງປີ. ໃນໃຈທ່ານ David Thomas ​ຍາມ​ໃດ​ກໍ່​ເກັບ​ຮັກ​ສາ​ ຄວາມ​ຊົງ​ຈຳ ​ກ່ຽວ​ກັບ​ຮອຍ​ຍິ້ມ​ຂອງ​ເດັກນ້ອຍ​ ໃນ​ສະ​ໄໝ​ສົງ​ຄາມ, ຜູ້ຄົນ ​ຫວຽດ​ນາມ ມີຄວາມ​ປາດ​ຖະ​ໜາ ​ຢາກໃຫ້​ມີ​ສັນ​ຕິ​ພາບ ແລະ ການຟື້ນຕົວ ຢ່າງອົງອາດ ກ້າຫານ ​ເພື່ອ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ໃນສະໄໝ​ສົງ​ຄາມ.

ທ່ານ David Thomas, ຜູ້ກໍ່ຕັ້ງສະມາຄົມ ສິລະປະ ອິນດູຈີນ (Indochina Arts Partnership - IAP) ໃນປີ 1988.


ທ່ານ David Thomas ກັບຄືນມາ ຫວຽດນາມ ໃນປີ 1987 ດ້ວຍ ຄວາມປາຖະໜາ ສ່ວນຕົວ ທີ່ຈະກັບມາປະເທດ ທີ່ທ່ານໄດ້ ເຂົ້າ ຮ່ວມສົງຄາມ ແຕ່ຄາວຍັງເປັນບ່າວ ເພື່ອຊອກຫາຊ່ອງທາງ ເຊື່ອມຕໍ່ ແລະ ປົວແປງຮຳບາດແຜ ສົງຄາມ. ນັ້ນ​ແມ່ນ​ການ​ເດີນ​ທາງ​ຄັ້ງ​ທຳ​ອິດ ​ແລະ ຕໍ່​ມາ ​ທ່ານ ​ກໍ່​ໄດ້​ເດີນທາງ​ມາ ​ຫວຽດນາມ ຫຼາຍຄັ້ງ ໃນຕະຫຼອດ​ ໄລຍະເວລາ ກວ່າ 30 ປີ ຜ່ານມາ.

ໃນລະດູຮ້ອນປີ 1988, ເພິ່ນໄດ້ສ້າງຕັ້ງສະມາຄົມ ສິລະປະ ອິນດູ ຈີນ (Indochina Arts Partnership - IAP). ອົງການ​ດັ່ງກ່າວ​ໂດຍ​ທ່ານ​ເປັນຜູ້ລິເລີ່​ມ ​ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່ ດ້ານສິລະ​ປະ ວັດທະ ນະທຳ ​ແລະ ການພົວພັນລະຫວ່າງ ປະຊາຊົນ ​ຫວຽດນາມ ​ແລະ  ອາ​ເມ​ລິ​ກາ ​ໃນ​ເວລາ​ນັ້ນ. ເປັນ​ເວລາ ກວ່າ 30 ​ປີ, IAP ​ໄດ້​ສ້າງ ​ແລະ ບໍລິຫານ​ໂຄງການ ​ແລກປ່ຽນ​ສິລະ​ປະ​ ​ໃຫຍ່ ​ແລະ ນ້ອຍ ນັບຫຼາຍສິບຄັ້ງ, ​ໄດ້​ນຳ​ເອົາ​ນັກ​ສິລະ​ປິນ ປັນຍາ​ຊົນ​ ຫວຽດນາມ ນັບ​ຮ້ອຍ​ຄົນໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ ອາ​ເມ​ລິ​ກາ ​ແລະ ບັນດາ​ນັກ​ສິລະ​ປິນ ​ປັນຍາ​ຊົນ ອາ​ເມ​ລິ​ກາ ນັບ​ຫຼາຍສິບ​ຄົນ ມາ ຫວຽດ ນາມ. IAP ກໍ່​ແມ່ນ​ບ່ອນ​ທຳ​ອິດ​ ຈັດ​ຕັ້ງ​ງານ​ວາງສະ​ແດງ​ສິລະ​ປະ​ ໃຫຍ່ ສອງ​ຄັ້ງ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ ​ຫວຽດນາມ - ສ ອາ​ເມ​ລິ​ກາ. ນັ້ນ​ແມ່ນ​ງານ​ວາງສະ​ແດງ “​ຫ່າງກັນໄກແສນໄກ, ປີ 1990-1994” ​ແລະ “​ເບິ່ງ​ຈາກ​ສອງຂ້າງ, ​ປີ 1995-2000”. ງານ​ວາງສະ​ແດງ​ສອງ​ຄັ້ງ​ນີ້​ ແນະນໍາບັນດາ​ຜົນງານ​ ຂອງ​ນັກ​ສິລະ​ປິນ ຫຼາຍຄົນ ຂອງສອງປະເທດ ໃນສະໄໝນັ້ນ, ​ໄດ້​ຮັບການວາງສະ​ແດງ ​ຢູ່​ຫໍພິພິທະ​ພັນ​ໃຫຍ່​ ຂອງ​ ສ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ແລະ ກາຍ​ເປັນ ​ໜຶ່ງ​ໃນ​ບັນດາ​ເຫດການ ​ສິລະ​ປະ ​ວັດທະນະທຳ ທີ່ເປັນ ຕົວແທນ ກ່ຽວກັບ ການທູດ​​ດ້ານ​ການ​ເມືອງ ​ແລະ ວັດທະນະທຳ ​ລະຫວ່າງ ຫວຽດນາມ ​ແລະ ສ ອາ​ເມ​ລິ​ກາ.

ໂດຍຜ່ານ IAP, ທ່ານ David Thomas ດ້ວຍຄວາມມານະພະຍາ ຍາມ ຂອງຕົນ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ສໍາຄັນ ເພື່ອການລິເລີ່ມ ແລະ ຮັກສາກິດຈະກໍາ ການປົວແປງ ແລະ ສ້າງ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ໃນຫຼາຍດ້ານ ລະຫວ່າງ ປະຊາຊົນ ສອງປະເທດ.

ບາງຜົນງານ ຂອງ ນັກສິລະປິນ David Thomas ໃນງານວາງສະ ແດງ:




 

ໃນຊຸມປີຕໍ່ມາ, IAP ໄດ້ຈັດໂຄງການ ນັກສິລະປິນ ຢູ່ທີ່ພັກເປັນປະ ຈຳ, ເຊື້ອເຊີນ ແລະ ຊ່ວຍເຫຼືອບັນດານັກສິລະປິນ ປັນຍາຊົນ ຫວຽດ ນາມ ໄປດຳລົງຊີວິດ ແລະ ເຮັດວຽກຢູ່ Boston. ເກັບຄືນງານວາງສະແດງ “David Thomas ແລະ ໝູ່ເພື່ອນ” ໃນຄັ້ງນີ້ ຢູ່ຫໍພິພິທະພັນ ວິຈິດສິນ ຮ່າໂນ້ຍ, ທ່ານ David Thomas ມີຄວາມຮູ້ສຶກ ປາບປຶ້ມໃຈທີສຸດ ເມື່ອໄດ້ພົບປະ ແລະ ແລກປ່ຽນກັບບັນດານັກສິລະປິນໜຸ່ມ ຫວຽດນາມ. ທ່ານ ກ່າວວ່າ ຕົວທ່ານເອງ ຮູ້ສຶກ ຄືໄດ້ ກັບຄືນຕອນຍັງໜຸ່ມ, ພິເສດແມ່ນ ເມື່ອໄດ້ເຮັດວຽກ ກັບເພື່ອນ ຫວຽດນາມ, ຜູ້ທີ່ທ່ານ ຮັກແພງ ແລະ ນັບຖືຕໍ່ຄວາມສາມາດ ຂອງເຂົາເຈົ້າ. ນັກສິລະປິນ ຫງວຽນເຖ໋ເຊີນ, ຜູ້ມີຜົນງານໄດ້ຮັບການວາງສະແດງ ພ້ອມກັບທ່ານ David Thomas ໃຫ້ຮູ້ວ່າ: “ເມື່ອເບິ່ງ ຮູບແຕ້ມ ກຣາຟິກ ຂອງ ທ່ານ David Thomas, ຂ້າພະເຈົ້າຮູ້ສຶກເຖິງ ຄວາມມີຫົວຄິດປະດິດສ້າງ ທີ່ບໍ່ມີຂອບເຂດ ຂອງ ນັກຈິດຕະກອນ. ບັນດາຮູບພາບແຕ້ມ ຄືນໃໝ່ຈາກຟິມ ກ່ຽວກັບ ພະຍາດ Parkinson ທີ່ຖ່າຍຈາກສະໝອງ ຂອງ ທ່ານ ແມ່ນມີ ຄວາມໝາຍ ດ້ານມະນຸດສະທຳ ຢ່າງໃຫຍ່ຫຼວງ ກ່ຽວກັບຊີວິດ”.  ຫຼາຍໆ ຜົນງານຂອງທ່ານ David Thomas ທີ່ວາງສະແດງຢູ່ ຫວຽດນາມ ໃນຄັ້ງນີ້ ແມ່ນສ່ວນໜຶ່ງ ໃນຫຼາຍຜົນງານ ກຣາຟິກ ຂອງທ່ານ ໃນໄລຍະ ທ່ານຕໍ່ສູ້ ຕ້ານກັບ ພະຍາດ Parkinson, ພະຍາດທີ່ໄດ້ຮັບການບົ່ງມະຕິວ່າ ແມ່ນຜົນຢ້ອນຫຼັງຂອງການທີ່ ເພິ່ນໄດ້ສຳຜັດ ກັບທາດພິດສີສົ້ມ ໃນສະໄໝສົງຄາມ ຢູ່ ຫວຽດນາມ.

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ

Andy Soloman: ສາມທົດສະວັດ ແຫ່ງການເລົ່າເລື່ອງ ກ່ຽວກັບຫວຽດນາມ ຜ່ານແສງ

Andy Soloman: ສາມທົດສະວັດ ແຫ່ງການເລົ່າເລື່ອງ ກ່ຽວກັບຫວຽດນາມ ຜ່ານແສງ

ຈາກຟີມຂາວດໍາ ໃນຕົ້ນຊຸມປີ 1990 ໄປຈົນເຖິງການພົບປະກັນອີກຄັ້ງໜຶ່ງ ທ່ີປະທັບໃຈ ໃນໄລຍະກວ່າ 30 ປີ ຕໍ່ມາ, ທ່ານ Andy Soloman ຊ່າງພາບຊາວອັງກິດ ໄດ້ຖ່າຍທອດເລື່ອງລາວ ກ່ຽວກັບ ຫວຽດນາມ ດ້ວຍ “ແສງ” ຂອງ ຄວາມຊົງຈຳ, ການເຊື່ອມໂຍງ ແລະ ມະນຸດສະທຳ. ງານວາງສະແດງພາບຖ່າຍ “ການສືບຕໍ່: ຫວຽດນາມ” ໄດ້ຈັດຂຶ້ນພາຍໃຕ້ ງານເທສະການ ພາບຖ່າຍສາກົນ ຮ່າໂນ້ຍ 2025, ເປີດໃຫ້ເຫັນເສັ້ນທາງໃນອະດີດ ແລະ ປັດຈຸບັນ ສ່ອງແສງເຊິ່ງກັນ ແລະ ກັນ, ສະທ້ອນໃຫ້ເຫັນປະເທດຊາດ ທີ່ເຂັ້ມ ແຂງ ແລະ ປ່ຽນແປງຢ່າງບໍ່ຢຸດຢັ້ງ.

Top