ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ເຄົາລົບບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ເວົ້າລວມ ແລະ UNAOC ເວົ້າສະເພາະ ໃນການຊຸກຍູ້ການສົນທະນາ, ເຄົາລົບເຊິ່ງກັນແລະກັນ, ເພີ່ມທະວີຄວາມສາມັກຄີ
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)
ໃນຂອບເຂດສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ຄັ້ງທີ 81, ຕອນບ່າຍວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ນິວຢອກ (ອາເມລິກາ), ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Miguel Ángel Moratinos, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ, ຜູ້ຕາງໜ້າຂັ້ນສູງພັນທະມິດແຫ່ງພື້ນຖານອະລິຍະທຳ (UNAOC).
ທີ່ການພົບປະ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ເຄົາລົບບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ເວົ້າລວມ ແລະ UNAOC ເວົ້າສະເພາະ ໃນການຊຸກຍູ້ການສົນທະນາ, ເຄົາລົບເຊິ່ງກັນແລະກັນ, ເພີ່ມທະວີຄວາມສາມັກຄີ ແລະ ການແກ້ໄຂບັນດາຄວາມແຕກຕ່າງກັນໂດຍສັນຕິວິທີ. ທ່ານເນັ້ນໜັກວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າຂອງ ປະຊາຄົມສາກົນ, ຫວຽດນາມ ຊົມເຊີຍບັນດາຂໍ້ລິເລີ່ມສັນຕິພາບ ແລະ ຈະມອບໃຫ້ບັນດາອົງການທີ່ກ່ຽວຂ້ອງຄົ້ນຄວ້າຂໍ້ສະເໜີຂອງ UNAOC.
ທ່ານຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ Miguel Ángel Moratinos ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ດ້ວຍຖານະທີ່ເປັນສະມາຊິກກຸ່ມເພື່ອນມິດຂອງ UNAOC; ພ້ອມກັນນັ້ນ ກໍ່ສະແດງຄວາມຫວັງວ່າ ຫວຽດນາມ ຈະພິຈາລະນາເລື່ອງເປັນເຈົ້າພາບຈັດ ກອງປະຊຸມ UNAOC ໃນປີ 2027.
(ແຫຼ່ງຄັດຈາກ VOV)