• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຮັດ​ວຽກ​ກັບ​ອົງ​ການກວດ​ກາ ລັດ​ຖະ​ບານ

ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ພັກ, ລັດ ຈະຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຊີ້ຂາດໃຫຍ່, ຍຸດທະສາດທີ່ມີລັກສະນະປະຕິວັດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ປະເທດພັດທະນາ.

 

ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບອົງການກວດກາ ລັດຖະບານ (ພາບ: thanhtra.com.vn)

ຕອນບ່າຍວັນທີ 17 ມີນາ, ຢູ່ສຳນັກງານສູນກາງພັກ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບອົງການກວດກາ ລັດຖະບານ. ໂດຍຮັບຮູ້ບັນດາຄວາມມານະພະຍາຍາມຂອງອົງການກວດກາລັດຖະບານ ແລະ ທົ່ວຂະແໜງໃນການປະຕິບັດວຽກງານຕ້ອນຮັບປະຊາຊົນ, ແກ້ໄຂໃບຮ້ອງທຸກຮ້ອງຟ້ອງ ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ພັກ, ລັດ ຈະຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຊີ້ຂາດໃຫຍ່, ຍຸດທະສາດທີ່ມີລັກສະນະປະຕິວັດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ປະເທດພັດທະນາ, ດັ່ງນັ້ນ, ວຽກງານແກ້ໄຂການຮ້ອງທຸກຮ້ອງຟ້ອງ ຕ້ອງໄດ້ຮັບຄວາມເອົາໃຈໃສ່ຫຼາຍກ່ວາອີກ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຂະແໜງກວດກາສົມທົບກັບບັນດາອົງການທີ່ມີໜ້າທີ່ຕໍ່ສູ້, ປັບໄມລົງໂທດບັນດາເປົ້າໝາຍສວຍໃຊ້ການຮ້ອງທຸກຮ້ອງຟ້ອງເພື່ອກໍ່ຄວາມຫວຸ້ນວາຍ, ທຳລາຍຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງເຂັ້ມງວດ, ຕໍ່ສູ້ຕ້ານກົນອຸບາຍຂອງບັນດາກຳລັງປໍລະປັກ, ປະຕິການ, ການສວຍໃຊ້ ການຮ້ອງທຸກຮ້ອງຟ້ອງ ເພື່ອຕ້ານພັກ, ລັດ ຢ່າງມີປະສິດທິຜົນ.     

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top