ຕອນຄ່ຳວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກການທະຫານສູນກາງ, ໄດ້ເຂົ້າຮ່ວມພິທີສະຫຼຸບ ແລະ ມອບລາງວັນການເສັງສື່ມວນຊົນຂຽນກ່ຽວກັບພັກທີ່ມີກຽດສະຫງ່າ, ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ພາຍໃຕ້ຫົວຂໍ້ “ກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ຄັນທຸງຂອງພັກ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2026), ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີມອບລາງວັນ (ພາບ: TTXVN)
ໂດຍໄດ້ປຸກລະດົມແຕ່ວັນທີ 5 ກຸມພາ 2025, ການເສັງດັ່ງກ່າວໄດ້ກາຍເປັນການດຳເນີນຊີວິດທາງດ້ານການເມືອງ, ແນວຄິດຢ່າງເລິກເຊິ່ງກວ້າງຂວາງ; ລະດົມກຳລັງໃຈ, ສ້າງບັນຍາກາດແຂ່ງຂັນຢ່າງຟົດຟື້ນ, ກວ້າງຂວາງໃນທົ່ວສັງຄົມ ແລະ ໃນກອງທັບປະຊາຊົນ.
ບັນດາການນຳຖ່າຍຮູບເປັນທີ່ລະນຶກພ້ອມກັບນັກຂຽນຜູ້ຄວ້າໄດ້ລາງວັນ (ພາບ: TTXVN)
ຄະນະຈັດຕັ້ງໄດ້ຮັບບົດປະພັນເຂົ້າຮ່ວມການເສັງກວ່າ 8.000 ບົດ. ມີຫຼາຍບົດທີ່ມີຄຸນນະພາບດີ, ເຕັມໄປດ້ວຍລັກສະນະຕໍ່ສູ້, ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ, ຄວາມຮັບຜິດຊອບ, ຄຸນນະທາດ ແລະ ພູມປັນຍາຂອງຜູ້ເຮັດວຽກງານສື່ມວນຊົນ - ບັນດານັກຮົບປະຈັນບານໃນແນວຮົບແນວຄິດ, ວັດທະນະທຳ ຢ່າງຈະແຈ້ງ; ຢັ້ງຢືນຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບ ແລະ ການເຄື່ອນໄຫວດ້ານການເມືອງຂອງຜູ້ເຮັດວຽກງານສື່ມວນຊົນທີ່ມີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ. ມີ 116 ບົດປະພັນໄດ້ຮັບເລືອກເຂົ້າຮອບສຸດທ້າຍ ແລະ ມອບລາງວັນໃຫ້ແກ່ 66 ນັກປະພັນ, ກຸ່ມນັກປະພັນທີ່ມີຜົນງານດີເດັ່ນ, ລວມມີ: ລາງວັນ A 5 ລາງວັນ, ລາງວັນ B 11 ລາງວັນ, ລາງວັນ C 25 ລາງວັນ ແລະ ລາງວັນຊົມເຊີຍ 25 ລາງວັນ; ມອບໃບຍ້ອງຍໍໃຫ້ແກ່ 10 ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ແລະ ປຸກລະດົມການເສັງ.
(ແຫຼ່ງຄັດຈາກ VOV)