ການຢ້ຽມຢາມທາງລັດຖະກິດຢູ່ ແດນມາກ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ດຳເນີນກົງກັບເວລາສອງຝ່າຍສະເຫຼີມສະຫຼອງ 55 ປີແຫ່ງການພົວພັນທາງການທູດ, ແມ່ນໂອກາດເພື່ອໃຫ້ສອງຝ່າຍວາງອອກບັນດາການກຳນົດທິດຍຸດທະສາດ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ (ພາບ: VNA)
ຕອນເຊົ້າວັນທີ 19 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ແດນມາກ, ຢ້ຽມຢາມສະຫະພາບ ເອີລົບ (EU) ແລະ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ ແຕ່ວັນທີ 19 – 24 ຕຸລາ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງກະສັດ ລາຊະອານາຈັກ ແດນມາກ Frederik X ແລະ ພະມະຫາເຫສີ; ທ່ານ António Costa ປະທານສະພາ ເອີລົບ ແລະ ທ່ານ Bart De Wever ນາຍົກລັດຖະມົນຕີ ແບນຊິກ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ ຫວຽດນາມ ກັບ ແດນມາກ, ສະຫະພາບເອີລົບ (EU) ແລະ ແບນຊິກ ຍົກສູງການພົວພັນຢ່າງຮອບດ້ານ, ສ້າງບາດກ້າວຫັນປ່ຽນໃນການຮ່ວມມືຕາມທິດທີ່ແທ້ຈິງກວ່າ, ມີປະສິດທິຜົນ ບົນພື້ນຖານຄວາມຕັດສິນໃຈການເມືອງສູງ, ມີຄວາມເຫັນດີເຫັນພ້ອມກ່ຽວກັບການກຳນົດທິດຍຸດທະສາດ.
ການຢ້ຽມຢາມທາງລັດຖະກິດຢູ່ ແດນມາກ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ດຳເນີນກົງກັບເວລາສອງຝ່າຍສະເຫຼີມສະຫຼອງ 55 ປີແຫ່ງການພົວພັນທາງການທູດ, ແມ່ນໂອກາດເພື່ອໃຫ້ສອງຝ່າຍວາງອອກບັນດາການກຳນົດທິດຍຸດທະສາດ, ຍົກລະດັບການພົວພັນໃນໄລຍະພັດທະນາໃໝ່, ຊຸກຍູ້ການຮ່ວມມືກັບ ແດນມາກ ກາຍເປັນຮູບແບບຮ່ວມມືທີ່ພົ້ນເດັ່ນລະຫວ່າງ ຫວຽດນາມ ແລະ ຄູ່ຮ່ວມມື ເອີລົບ ເໜືອ.
(ແຫຼ່ງຄັດຈາກ VOV)