• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໂອ້​ລົມ​ສົນ​ທະ​ນາ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາຜູ້​ແທນລາ​ຊະ​ດອນ ໄທ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງໃຫຍ່ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງສອງອົງການນິຕິບັດຍັດໃຫ້ຫຼາຍກ່ວາອີກໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມສະດວກ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານ ປະທານສະພາແຫ່ງຊາດ, ພ້ອມທັງເປັນທ່ານປະທານສະພາລາຊະດອນ ໄທ ວັນ ມູຫະມັດນໍ ມະທາ

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ໄທຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃນລະຫວ່າງວັນທີ 7 – 10 ທັນວາ, ຕອນບ່າຍວັນທີ 7 ທັນວາ, ຢູ່ສຳນັກງານສະພາຜູ້ແທນລາຊະດອນ ໄທ ຢູ່ນະຄອນຫຼວງ ບາງກອກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມີການພົບປະເຈລະຈາ ກັບທ່ານ ປະທານສະພາແຫ່ງຊາດ, ພ້ອມທັງເປັນປະທານສະພາຜູ້ແທນລາຊະດອນ ໄທ ວັນ ມູຫະມັດ ນໍ ມະທາ.

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງໃຫຍ່ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງສອງອົງການນິຕິບັດຍັດໃຫ້ຫຼາຍກ່ວາອີກໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມສະດວກ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດ. ສອງຝ່າຍໄດ້ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ໃນທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ຕັ້ງໜ້າປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ໃນໄລຍະ 2022 – 2027 ໃຫ້ປະກົດຜົນເປັນຈິງ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ນຳວົງເງິນການຄ້າສອງສົ້ນ ບັນລຸ 25 ຕື້ USD ໂດຍໄວ ແລະ  ຕາມທິດມີຄວາມດຸ່ນດ່ຽງກ່ວາ, ສ້າງຄວາມສະດວກ ແລະ ຫຼຸດຜ່ອນສິ່ງກີດຂວາງທາງການຄ້າ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິສາຫະກິດສອງປະເທດ ໃນການເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top