• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການຕ້ອນ​ຮັບ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່​ນ​ສານ​ຕາ​ຕັ້ງ

ຕອນເຊົ້າວັນທີ 26 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບຸນກາຣີ, ຝລັ່ງ ແລະ ກາຊັກສະຖານ, ຜູ້ຕາງໜ້າສະຫະພາບເອີຣົບ ເນື່ອງໃນໂອກາດເຂົ້າຍື່ນສານຕາຕັ້ງ.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ບຸນກາຣີ Pavlin Todorov. (ພາບ: VOV)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ບຸນກາຣີ Pavlin Todorov, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີໃຫ້ສອງປະເທດ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ, ເຕັກໂນໂລຢີສູງ, ວັດທະນະທຳ, ການສຶກສາ, ບຳລຸງສ້າງ; ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍ. ສ່ວນທ່ານເອກອັກຄະລັດຖະທູດ Pavlin Todorov ຢັ້ງຢືນວ່າ ບຸນກາຣີ ຖືເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນບັນດາໂຄງການກ່ຽວກັບການສຶກສາ, ພະລັງງານ. ທ່ານກໍເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ບຸນກາຣີ ຢູ່ ອາຊຽນ ແລະ ຍາມໃດກໍສະໜັບສະໜູນການພົວພັນຂອງ ຫວຽດນາມ ກັບ ສະຫະພາບ ເອີຣົບ (EU); ພ້ອມທັງປາດຖະໜາຢາກ ສືບຕໍ່ຮ່ວມມືກັບ ຫວຽດນາມ ຢູ່ ສປຊ ແລະ ບັນດາເວທີປາໄສສາກົນ, ພ້ອມທັງຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) Julien Guerrier (ພາບ: VOV)
ເມື່ອເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) Julien Guerrier ເນັ້ນໜັກວ່າ EU ຢາກຮ່ວມມືກັບ ຫວຽດນາມ ໃນການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ນະວັດຕະກຳ, ໜູນຊ່ວຍ ຫວຽດນາມ ບັນລຸໄດ້ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດກາກບອນລົງເປັນ 0 ໃນປີ 2050 ແລະ ພັດທະນາພື້ນຖານໂຄງລ່າງ. EU ກໍຢາກຮ່ວມມືກັບ ຫວຽດນາມ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນໂລກ; ແກ້ໄຂບັນດາການຂັດແຍ້ງກັນ, ປະທະກັນໂດຍສັນຕິວິທີ ຜ່ານການເຈລະຈາ.

ໃນວັນດຽວກັນ, ທ່ານປະທານປະເທດ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ຝລັ່ງ Olivier Brochet ແລະ ທ່ານເອກອັກຄະລັດຖະທູດ ກາຊັກສະຖານ Kanat Tumysh ເຂົ້າຍື່ນສານຕາຕັ້ງເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top