ໂດຍເຊື່ອມຊຶມສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະ ຄຳສັ່ງສອນຂອງປະທານໂຮ່ຈີມິນ, ໃນຕະຫຼອດໄລຍະ 79 ປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່, ປະຕິບັດວຽກງານຕອບບູນແທນຄຸນເປັນຢ່າງດີ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຖ່າຍຮູບກັບ ບັນດາລຸງປ້າ, ອາວອາທະຫານເສຍອົງຄະ ທະຫານເຈັບປ່ວຍ ກິມບາງ, ນິງບິງ (ພາບ: VNA)
ເນື່ອງໃນໂອກາດຈາລຶກ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947-27/7/2026), ຕອນເຊົ້າວັນທີ 16 ກໍລະກົດ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມາຢ້ຽມຢາມ, ມອບຂອງຂັວນບັນດາທະຫາຍເສຍອົງຄະ, ທະຫານເຈັບປວ່ຍຢູ່ສູນເບິ່ງແຍງດູແລ ທະຫານເສຍອົງຄະ, ທະຫານເຈັບປ່ວຍ ກິມບາງ, ນິງບິງ. ທີການມອບຂອງຂວັນໃຫ້ແກ່ບັນດາ ທະຫານເສຍອົງຄະ ທະຫານເຈັບປ່ວຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢັ້ງຢືນວ່າ ໂດຍເຊື່ອມຊຶມສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະ ຄຳສັ່ງສອນຂອງປະທານໂຮ່ຈີມິນ, ໃນຕະຫຼອດໄລຍະ 79 ປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່, ປະຕິບັດວຽກງານຕອບບູນແທນຄຸນເປັນຢ່າງດີ. ສະແດງຄວາມເຄົາລົບນັບຖືຕໍ່ມານະຈິດທີ່ຍິ່ງໃຫຍ່ຂອງບັນດາ ທະຫານເສຍອົງຄະ ທະຫານເຈັບປ່ວຍ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
ພວກເຮົາມີຄວາມຕຶ້ນຕັນໃຈພິເສດ ແລະ ຮູ້ສຶກເຄົາລົບທີ່ສຸດຕໍ່ແບບຢ່າງອັນສູງສົ່ງຂອງບັນດາລຸງປ້າ, ອາວອາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ເຖິງວ່າມີບາດແຜໃນຕົວ, ຖືກຜົນຕາມມາຢ່າງໜັກໜ່ວງຈາກສົງຄາມ, ຕ້ອງສູ້ກັບພະຍາດໃນທຸກວັນ, ທຸກຊົ່ວໂມງ, ແຕ່ດ້ວຍຈິດໃຈ, ມານະຈິດ, ຄຸນສົມບັດຂອງທະຫານລຸງໂຮ່. ຈິດໃຈພິລະອາດຫານ, ຍອມເສຍສະຫຼະຊີວິດຂອງບັນດາລຸງປ້າອາວອານັ້ນ ແມ່ນການປະກົດຕົວຂອງລັດທິວິລະຊົນປະຕິວັດ, ແມ່ນບ່ອນອີງທາງດ້ານຈິດໃຈຢ່າງໝັ້ນແກ່ນປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ທົ່ວລະບົບການເມືອງໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງປະເທດຊາດ
(ແຫຼ່ງຄັດຈາກ VOV)