ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງວ່າ ເພື່ອປະກອບສ່ວນພ້ອມກັບທົ່ວປະເທດ ປະຕິບັດເປົ້າໝາຍລວມກ່ຽວກັບການພັດທະນາເສດຖະກິດ ສັງຄົມ, ແຂວງ ບິນດິ້ງ ຈົ່ງປະຕິບັດບັນດາໜ້າທີ່ຢ່າງຂ້ຽວຂາດ.
ໃນລາຍການເຮັດວຽກຢູ່ແຂວງ ບິນດິ້ງ, ຕອນຄ່ຳວັນທີ 22 ມີນາ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງ ບິນດິ້ງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂບາງຂໍ້ສະເໜີແນະ ເພື່ອໃຫ້ ບິນດິ້ງ ພັດທະນາຢ່າງໄວວາ ແລະ ຍືນຍົງ.
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງວ່າ ເພື່ອປະກອບສ່ວນພ້ອມກັບທົ່ວປະເທດ ປະຕິບັດເປົ້າໝາຍລວມກ່ຽວກັບການພັດທະນາເສດຖະກິດ ສັງຄົມ, ແຂວງ ບິນດິ້ງ ຈົ່ງປະຕິບັດບັນດາໜ້າທີ່ຢ່າງຂ້ຽວຂາດ, ລວມມີ: ຈັດກອງປະຊຸມໃຫ່ຍພັກທຸກຂັ້ນໃຫ້ເປັນຢ່າງດີ, ກ້າວໄປເຖິງກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກ, ຕິດພັນກັບການສັບຊ້ອນກົງຈັກອົງການຈັດຕັ້ງ ແລະ ຫົວໜ່ວຍບໍລິຫານ. ທ່ານກໍ່ເຫັນກັບກັບບັນດາຂໍ້ສະເໜີຂອງແຂວງ ໃນການກໍ່ສ້າງສະໜາມບິນ ຝູກາດ; ບັນດາສາຍທາງຄົມມະນາຄົມເຊື່ອມຕໍ່; ພັດທະນາໄຟຟ້າແຮງລົມ, ອະນາລັກຮັກສາຄຸນຄ່າປະຫວັດສາດ, ວັດທະນະທຳ….
(ແຫຼ່ງຄັດຈາກ VOV)