ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສູ້ຊົນໃນປີນີ້ ຕ້ອງສຳເລັດເປົ້າໝາຍນຳເຂົ້າຂຸດຄົ້ນເສັ້ນທາງບົກຄວາມໄວສູງ 3000 ກມ.
ຕອນເຊົ້າວັນທີ 10 ພຶດສະພາ, ທີ່ສຳນັກງານລັດຖະບານຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເປັນປະທານວາລະປະຊຸມຄັ້ງທີ 17 ຄະນະຊີ້ນຳແຫ່ງລັດບັນດາກິດຈະກຳ ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ໃນນັ້ນມີບັນດາໂຄງການກໍ່ສ້າງເສັ້ນທາງລົດໄຟ ແມ່ນວຽກງານສຳຄັນທີ່ສຸດ ມີຄາວມໝາຍທີ່ໃຫ່ຍຫຼວງຕໍ່ການຊຸກຍູ້ການພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:
ຖ້າຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ເສັ້ນທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ແມ່ນສຳຄັນທີ່ສຸດ, ແມ່ນເສັ້ນທາງຫຼັກເຊື່ອມຕໍ່ ເອີລົບ, ອາຊີກາງ. ນີ້ແມ່ນໜ້າທີ່ຈຸດສຸມໃນຂໍ້ສະຫລຸບຂອງກອງປະຊຸມສູນກາງຄັ້ງທີ 11 ແລະ ມະຕິຂອງສະພາແຫ່ງຊາດກໍ່ໄດ້ເຕື້ອງເຖິງ. ດັ່ງນັ້ນ, 9 ແຂວງມີເສັ້ນທາງລົດໄຟໄປຜ່ານຕ້ອງຕັດສິນໃຈເພື່ອສາມາດເລີ່ມລົງມືກໍ່ສ້າງໃນປີນີ້ໄດ້.
ກ່ຽວກັບບັນດາໂຄງການກໍ່ສ້າງເສັ້ນທາງບົກຄວາມໄວສູງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສູ້ຊົນໃນປີນີ້ ຕ້ອງສຳເລັດເປົ້າໝາຍນຳເຂົ້າຂຸດຄົ້ນເສັ້ນທາງບົກຄວາມໄວສູງ 3000 ກມ. ລຸລ່ວງເສັ້ນທາງບົກຄວາມໄວສູງ ຈາກ ກາງບັ່ງ ໄປຮອດ ກ່າເມົາ ແລະ ກໍ່ສ້າງ ເສັ້ນທາງບົກແຄມທະເລ 1000 ກມ ໃຫ້ສຳເລັດ.
(ແຫຼ່ງຄັດຈາກ VOV)