ໃນໂຄງການຢ້ຽມຢາມ ສ.ຕວັກກີ ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Ankara, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຄ້າ ຕວັກກີ Omer Bolat.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຄ້າ ຕວັກກີ Omer Bolat
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ກະຊວງກນາຄ້າ ຕວັກກີ ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ ສອງປະເທດ ຊຸກຍູ້ບາງມາດຕະການລະອຽດ ເພື່ອເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ - ຕວັກກີ ໃນໄລຍະເໝາະສົມໂດຍໄວ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ຈັດກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ຕວັກກີ ຢູ່ Ankara ໃນປີໜ້າ, ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນສອງປະເທດ.
ສ່ວນທ່ານລັດຖະມົນຕີກະຊວງການຄ້າ ຕວັກກີ Omer Bolat ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດບຸລິມະສິດແຖວໜ້າຂອງ ຕວັກກີຢູ່ພາກພື້ນ ອາຊີ - ປາຊີຟິກ, ທ່ານໃຫ້ຮູ້ວ່າ ພາຍຫຼັງບັນດາໂຄງການລົງທຶນທີ່ປະສົບຜົນສຳເລັດໃນເບື້ອງຕົ້ນ, ນັບມື້ນັບມີຫຼາຍກຸ່ມບໍລິສັດ, ວິສາຫະກິດ ຕວັກກີມີຄວາມເອົາໃຈໃສ່ຕໍ່ຕະຫຼາດ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ເປັນທ່າແຮງຂອງຕວັກກີ.
(ແຫຼ່ງຄັດຈາກ VOV)