• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ: ຖັນ​ແຖວ​ປັນ​ຍາ​ຊົນ​ໜຸ່ມ​ສືບ​ຕໍ່​ກຳ​ນົດ​ພາ​ລະ​ກຳ, ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ປະ​ເທດ​ຊາດ

ທ່ານນາງຮອງປະທານປະເທດສະເໜີສູນກາງຊາວໜຸ່ມສືບຕໍ່ຮັກສາ, ພັດທະນາເວທີປາໄສຄືພື້ນຖານການເຊື່ອມຕໍ່ປັນຍາຊົນໜຸ່ມ, ສ້າງສະພາບແວດລ້ອມແຫ່ງການພົວພັນແລກປ່ຽນ, ແບ່ງປັນ, ແຜ່ກະຈາຍຈິດໃຈປະດິດຄິດສ້າງ, ປະກອບແນວຄວາມຄິດພັດທະນາປະເທດຊາດ.
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບຜູ້ແທນເຂົ້າຮ່ວມເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວປະເທດຄັ້ງທີ VI (ພາບ: nhandan.vn)

ກ່າວຄຳເຫັນທີ່ການພົບປະກັບຜູ້ແທນເຂົ້າຮ່ວມເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວປະເທດຄັ້ງທີ VI, ປີ 2025 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 21 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ສະເໜີບັນດາປັນຍາຊົນໜຸ່ມ, ສຸມໃສ່ຄົ້ນຄ້ວາ ບັນຫາພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ,ອຸດສາຫະກຳປຸງແຕ່ງສິນໃນນ້ຳ, ອຸດສາຫະກຳຊີວະສາດ, ສ້າງເຄື່ອງໝາຍການຄ້າແຫ່ງຊາດໃຫ້ແກ່ເຂົ້າສານ ຫວຽດນາມ, ຍົກສູງກຳລັງ, ພູມປັນຍາຊາວຫວຽດນາມ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ການບໍລິການທີ່ມີຄຸນຄ່າເພີ່ມຂຶ້ນສູງຄື: ການເງິນ, logistics... ທ່ານນາງຮອງປະທານປະເທດສະເໜີສູນກາງຊາວໜຸ່ມສືບຕໍ່ຮັກສາ, ພັດທະນາເວທີປາໄສຄືພື້ນຖານການເຊື່ອມຕໍ່ປັນຍາຊົນໜຸ່ມ, ສ້າງສະພາບແວດລ້ອມແຫ່ງການພົວພັນແລກປ່ຽນ, ແບ່ງປັນ, ແຜ່ກະຈາຍຈິດໃຈປະດິດຄິດສ້າງ, ປະກອບແນວຄວາມຄິດພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ກ້ອນ​ກຳ​ລັງ​ບັນ​ດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ​ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັນ​ຍາ

ຮັບ​ປະ​ກັນ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ກ້ອນ​ກຳ​ລັງ​ບັນ​ດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ​ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັນ​ຍາ

ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະຊາຊົນທີ່ກ້າວໜ້າໃນທົ່ວໂລກ, ປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດຂອງການປະຕິວັດເດືອນສິງຫາໃນເມື່ອກ່ອນ ແລະ ຫວຽດນາມ ໃນປັດຈຸບັນ.

Top