ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ຕາງໜ້າໃຫ້ທ່ານປະທານາທິບໍດີ ລັດ ປາແລັດສະຕິນ Mahmoud Abbas, ມອບຫຼຽນໄຊດາວກຽດຕິຄຸນຂອງລັດ ປາແລັດສະຕິນ ໃຫ້ທ່ານນາງ ຫງວຽນທິບິ່ງ ອະດີດປະທານປະເທດ ຫວຽດນາມ.
ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ມອບຫຼຽນໄຊດາວກຽດຕິຄຸນຂອງລັດ ປາແລັດສະຕິນ ໃຫ້ທ່ານນາງ ຫງວຽນທິບິ່ງ ອະດີດປະທານປະເທດ ຫວຽດນາມ (ພາບ: baoquocte.vn)
ຕອນເຊົ້າວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ຕາງໜ້າໃຫ້ທ່ານປະທານາທິບໍດີ ລັດ ປາແລັດສະຕິນ Mahmoud Abbas, ມອບຫຼຽນໄຊດາວກຽດຕິຄຸນຂອງລັດ ປາແລັດສະຕິນ ໃຫ້ທ່ານນາງ ຫງວຽນທິບິ່ງ ອະດີດປະທານປະເທດ ຫວຽດນາມ, ການນຳຜູ້ດີເດັ່ນຂອງ ຫວຽດນາມ, ສັນຍາລັກແຫ່ງຄຸນນະທາດ ແລະ ພູມປັນຍາການທູດປະຕິວັດ ຫວຽດນາມ, ພ້ອມທັງແມ່ນເພື່ອນຜູ້ສັດຊື່ບໍລິສຸດຂອງປະຊາຊົນ ປາແລັດສະຕິນ.
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ Saadi Salama ຊີ້ແຈ້ງວ່າ ຫຼຽນໄຊດາວກຽດຕິຄຸນ ບໍ່ພຽງແຕ່ສະແດງຄວາມຮັບຮູ້ສຳລັບບັນດາການປະກອບສ່ວນຍາວນານຂອງທ່ານນາງ ຫງວຽນທິບິ່ງ ໃນພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ສັນຕິພາບ ແລະ ຄວາມຍຸຕິທຳເທົ່ານັ້ນ, ຫາກຍັງແມ່ນການສະແດງຄວາມຮູ້ບຸນຄຸນອັນຫຼົ້ນເຫຼືອຂອງ ລັດ ແລະ ປະຊາຊົນ ປາແລັດສະຕິນ ທີ່ມີຕໍ່ເພື່ອນຜູ້ໜຶ່ງທີ່ຍາມໃດກໍໃຫ້ການສະໜັບສະໜູນ ປາແລັດສະຕິນ ຢ່າງຈິງໃຈ ແລະ ສະເໝີຕົ້ນສະເໝີປາຍໃນຫຼາຍທົດສະວັດຜ່ານມາອີກດ້ວຍ.
(ແຫຼ່ງຄັດຈາກ VOV)