ເລື່ອງເຊື່ອມຕໍ່ສາຍການບິນດັ່ງກ່າວຄືນໃໝ່ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າ ແລະ ພັດທະນາການທ່ອງທ່ຽວເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຍາວນານໃນການເພີ່ມທະວີການເຊື່ອມຕໍ່ຍຸດທະສາດລະຫວ່າງ 2 ປະເທດອີກດ້ວຍ.
(ພິທີປະກາດເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ ມົດສະກູ)
ໃນຂອບເຂດການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ, ຕອນຄ່ຳວັນທີ 09 ພຶດສະພາ (ຕາມເວລາທ້ອງຖິ່ນ), ພາຍໃຕ້ການເປັນສັກຂີພິຍານຂອງທ່ານເລຂາທິການໃຫຍ່ ໂຕເລິມ, ບໍລິສັດການບິນແຫ່ງຊາດ (Vietnam Airlines) ໄດ້ຈັດພິທີປະກາດເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ ມົດສະກູ. ເລື່ອງເຊື່ອມຕໍ່ສາຍການບິນດັ່ງກ່າວຄືນໃໝ່ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າ ແລະ ພັດທະນາການທ່ອງທ່ຽວເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຍາວນານໃນການເພີ່ມທະວີການເຊື່ອມຕໍ່ຍຸດທະສາດລະຫວ່າງ 2 ປະເທດອີກດ້ວຍ.
ກໍ່ເນື່ອງໃນໂອກາດການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບອົງການງົບປະມານແຫ່ງລັດສະຫະພັນ ລັດເຊຍ ກ່ຽວກັບການຈັດຕັ້ງ, ຜະລິດ ແລະ ເຜີຍແຜລາຍການດົນຕີ, ວັດທະນະທຳ ແລະ ສຶກສາ ຂຶ້ນກັບສູນກະຈາຍສ່ຽງໂທລະພາບດົນຕີແຫ່ງລັດ ລັດເຊຍ (ຫຼືເອື້ນວ່າ ວິທະຍຸກະຈາຍສຽງ Orpheus).
ເລື່ອງລົງນາມການຮ່ວມມືກັບວິທະຍຸກະຈາຍສຽງ Orpheus ແລະ ກັບວິທະຍຸກະຈາຍສຽງແຫ່ງຊາດ ເບລາຣຸດ ໃນຂອບເຂດການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນຄັ້ງນີ້ ໄດ້ສ້າງບາດກ້າວຢ່າງໃຫຍ່ຫຼວງໃນຍຸດທະສາດເປີດກວ້າງການຮ່ວມມືກັບສາກົນຂອງ VOV ກັບບັນດາຄູ່ຮ່ວມມືຢູ່ພາກພື້ນເພື່ອນມິດທີ່ເປັນມູນເຊື້ອຄື ສະຫະພັນລັດເຊຍ ແລະ ເອີລົບຕາເວັນອອກ.
(ແຫຼ່ງຄັດຈາກ VOV)