• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ຕ້ອນຮັບຫົວໜ້າບັນດາປະເທດ (ພາບ: TTXVN)

ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວໜ້າບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ແລະ ກອງປະຊຸມຂັ້ນສູງຂອງສະຫະປະຊາຊາດກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ ແລະ ກໍ່ຢືນຢັນສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ຊົນເຜົ່າໃນໂລກ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດໃຫ້ສັດຕະຍາບັນເພື່ອໃຫ້ສົນທິສັນຍາມີຜົນບັງຄັບໃຊ້ໂດຍໄວ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຈະພ້ອມກັບບັນດາປະເທດ, ອົງການຈັດຕັ້ງສາກົນຊຸກຍູ້ການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນທາງໄຊເບີ ກໍຄືການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.

ສ່ວນທ່ານາງ Ghada Waly, ຜູ້ອຳນວຍການຝ່າຍບໍລິຫານ ຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ຢືນຢັນຄຳໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການໜູນຊ່ວຍດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດ ແລະ ພິຈາລະນາສ້າງສູນບຳລຸງສ້າງກ່ຽວກັບອາດຊະຍາກຳໄຊເບີພາກພື້ນຢູ່ ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານງານລ້ຽງຕ້ອນຮັບບັນດາຄະນະຜູ້ແທນເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານງານລ້ຽງຕ້ອນຮັບບັນດາຄະນະຜູ້ແທນເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ພິທີລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍບາດກ້າວສຳຄັນໃນຄວາມມານະພະຍາຍາມທົ່ວໂລກ ແນໃສ່ເພີ່ມທະວີການຮ່ວມມືສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງໄຊເບີ.

Top