• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Warburg Pincus

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ກຸ່ມບໍລິສັດຮັກສາ ແລະ ເພີ່ມທະວີການລົງທຶນເຂົ້າບັນດາໂຄງການທີ່ພວມຜັນຂະຫຍາຍ, ພ້ອມກັນນັ້ນ ເປີດກວ້າງອອກສູ່ຂົງເຂດອື່ນ.
(ທີ່ການຕ້ອນຮັບ)

ຕອນເຊົ້າວັນທີ 18 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບທ່ານ Jeffrey Perlman, ອຳນວຍການໃຫຍ່ຝ່າຍບໍລິຫານກຸມບໍລິສັດ Warburg Pincus, ທັງເປັນປະທານສະພາດຳເນີນທຸລະກິດ ອາຊຽນ - ອາເມລິກາ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ກຸ່ມບໍລິສັດຮັກສາ ແລະ ເພີ່ມທະວີການລົງທຶນເຂົ້າບັນດາໂຄງການທີ່ພວມຜັນຂະຫຍາຍ, ພ້ອມກັນນັ້ນ ເປີດກວ້າງອອກສູ່ຂົງເຂດອື່ນທີ່ບັນດາວິສະຫະກິດ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຄື: ເຕັກໂນໂລຊີສູງ, ພະລັງງານໃໝ່, ພື້ນຖານໂຄງລ່າງດ້ານເຕັກນິກ. ທ່ານກໍ່ຂອບໃຈກຸ່ມບໍລິສັດ ແລະ ບັນດາວິສາຫະກິດ ອາເມລິກາ ໄດ້ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນການແກ້ໄຂບັນຫາພາສີອາກອນລະຫວ່າງ 2 ປະເທດ; ພ້ອມກັນນັ້ນ ສະເໜີໃຫ້ທ່ານ Jeffrey Perlman ແລະ ບັນດາວິສາຫະກິດ ອາເມລິກາ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ສືບຕໍ່ສະໜັບສະໜູນ, ມີສຽງເວົ້າເພື່ອການເຈລະຈາ 2 ຝ່າຍບັນລຸປະສິດທິຜົນໂດຍໄວ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ 2 ປະເທດ.

        ສ່ວນທ່ານ Jeffrey Perlman ຢືນຢັນວ່າ, ກຸ່ມບໍລິສັດ Warburg Pincus ຈະສືບຕໍ່ໜູນຊ່ວຍ, ໃຫ້ຄຳປຶກສາແກ່ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ກ່ຽວກັບມາດຕະການພາສີອາກອນ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ 2 ປະເທດ, ເພື່ອການພັດທະນາໃຫ້ມີສະຖຽນລະພາບ, ຍືນຍົງ ແລະ ມີປະສິດທິຜົນຂອງການພົວພັນ ຫວຽດນາມ - ອາເມລິກາ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top