• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 195 ປີ ແຫ່ງວັນສ້າງຕັ້ງແຂວງ ທາຍງວຽນ

ຕອນຄ່ຳວັນທີ 30 ຕຸລາ, ຢູ່ແຂວງ ທາຍງວຽນ ໄດ້ຈັດພິທີສະເຫຼີມສະຫຼອງ 195 ປີ ແຫ່ງວັນສ້າງຕັ້ງແຂວງ (04 ພະຈິກ 1831 – 04 ພະຈິກ 2026), ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ແລະ ເປີດ Festival ຊາສາກົນ - ທາຍງວຽນ 2026.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ກ່າວຄຳເຫັນທີ່ພິທີ. (ພາບ: VNA)  

ຕອນຄ່ຳວັນທີ 30 ຕຸລາ, ຢູ່ແຂວງ ທາຍງວຽນ ໄດ້ຈັດພິທີສະເຫຼີມສະຫຼອງ 195 ປີ ແຫ່ງວັນສ້າງຕັ້ງແຂວງ (04 ພະຈິກ 1831 – 04 ພະຈິກ 2026), ຮັບຫຼຽນໄຊແຮງ​ງານ​ຊັ້ນ​ໜຶ່ງ ແລະ ເປີດ Festival ຊາສາກົນ - ທາຍງວຽນ 2026.

ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໄດ້ຮຽກຮ້ອງ​ໃຫ້ແຂວງ ທາຍງວຽນ ຈັດຕັ້ງພື້ນທີ່ພັດທະນາທີ່ເປັນເອກະພາບ, ກົມກຽວ ລະຫວ່າງອຸດສາຫະກຳ, ເຂດຕົວເມືອງ ແລະ ນິເວດຊີ​ວະ​ພາບ. ​ໃນ​ນັ້ນລົງທຶນໃນພື້​ນ​ຖານໂຄງລ່າງ ຕ້ອງຊ່ວຍເຊື່ອມຕໍ່​ເຂດຜະລິດ, ຮາກ​ຖານ​ບຳ​ລຸງ​ສ້າງ​ກັບຕະຫຼາດ, ພ້ອມທັງນຳເອົາການບໍລິການທີ່ຈຳເປັນມາໃກ​້​ກັບປະຊາຊົນໃນເຂດຫ່າງໄກສອກຫຼີກ.

ທົ່ວ​ແຂວງ​ຕ້ອງ​ສ້າງ​ຄວາມເປັນ​ເອ​ກະ​ພາບ​ໃນ​ການ​ກະ​ທຳ, ການຈັດ​ແບ່ງແຫຼ່ງກຳລັງ​ຕາມ​ຄວາມ​ຕ້ອງການ ​ແລະ ມີ​ປະສິດທິ​ຜົນ​ລວມ. ​ເຄື່ອນ​ໄຫວ​ອຳ​ນາດ​ການ​ປົກ​ຄອງທ້ອງ​ຖິ່ນສອງ​ຂັ້ນ​ໃຫ້​ລຸ​ລ່ວງ. ​ເພີ່ມ​ທະວີ​ກຳ​ລັງຄວາມ​ສາມາດ​ໃຫ້​ແກ່​ຂັ້ນ​ເມືອງ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ພູດ​ອຍ; ຮັບ​ປະ​ກັນ​ປະ​ຊາ​ຊົນ​ສາ​ມາດ​ແກ້​ໄຂ​ວຽກງານ​​ຢ່າງ​ສະ​ດວກ​ສະ​ບາຍ. ​ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ຂອງ​ພື້​ນຖານ​ອຸດສາຫະກຳ, ຖື​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ​ມະ​ນຸດ​ເປັນ​ພື້ນຖານ. ​ພ້ອມ​ກັບ​ການ​ດຶງ​ດູດ​ການ​ລົງ​ທຶນ​ທີ່​ມີ​ຄຸນ​ນະພາ​ບ, ​ຕ້ອງ​​ໜູນ​ຊ່ວຍ​ວິ​ສາ​ຫະກິດ​​ຢູ່ພາຍ​ໃນ​ປະ​ເທດ, ວິ​ສາ​ຫະ​ກິດທ້ອງ​ຖິ່ນຍົກ​ສູງ​ລະ​ດັບ​ດ້ານ​ວິທະຍາສາດ, ເຕັກ​ນິກ, ​ຕອບ​ສະ​ໜອງ​ມາດຕະຖານ ​ແລະ ​ເຂົ້າ​ຮ່ວມ​​ຕ່ອງ​ໂສ້​ການ​ສະໜອງຢ່າງ​ເລິກ​ເຊິ່ງກວ່າ​.

(ແຫຼ່ງຄັດຈາກ VOV)

ປະຈຸບັນລັດຖະບານພວມສຸມໃສ່ຕິດພັນກັບບັນດາແຜນການຢ່າງໃກ້ຊິດເພື່ອບັນລຸເປົ້າໝາຍເຕີບໂຕ

ປະຈຸບັນລັດຖະບານພວມສຸມໃສ່ຕິດພັນກັບບັນດາແຜນການຢ່າງໃກ້ຊິດເພື່ອບັນລຸເປົ້າໝາຍເຕີບໂຕ

ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ບັນດາບົດລາຍງານຂອງລັດຖະບານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດ

Top