• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລີ່ມຕົ້ນເຂົ້າຮ່ວມກອງປະຊຸມສຸດຍອດຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແມ່ນເພື່ອສືບຕໍ່ຢືນຢັນບົດບາດຂອງ ຫວຽດນາມ ແມ່ນສະມາຊິກຫຼັກແຫຼ່ງຂອງປະຊາຄົມໃຊ້ພາສາຝລັ່ງ ຢູ່ພາກພື້ນ ອາຊີ - ປາຊີຟິກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ປາຣີ, ປະເທດ ຝລັ່ງ (ພາບ: TTXVN)

ຕອນເຊົ້າວັນທີ 04 ຕຸລາ (ຕາມເວລາ ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ເລີ່ມຕົ້ນບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແລະ ດຳເນີນການຢ້ຽມຢາມປະເທດ ຝລັ່ງ ຢ່າງເປັນທາງການ, ແຕ່ວັນທີ 03 – 07 ຕຸລາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ຝລັ່ງ Emmanuel Macron.

        ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແມ່ນເພື່ອສືບຕໍ່ຢືນຢັນບົດບາດຂອງ ຫວຽດນາມ ແມ່ນສະມາຊິກຫຼັກແຫຼ່ງຂອງປະຊາຄົມໃຊ້ພາສາຝລັ່ງ ຢູ່ພາກພື້ນ ອາຊີ - ປາຊີຟິກ, ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າບັນດາການເຄື່ອນໄຫວຂອງປະຊາຄົມໃຊ້ພາສາຝລັ່ງ ເວົ້າສະເພາະ ແລະ ປະຊາຄົມສາກົນເວົ້າລວມ.

        ນີ້ແມ່ນການຢ້ຽມຢາມປະເທດ ສ.ຝລັ່ງ ເປັນຄັ້ງທຳອິດຂອງທ່ານປະທານປະເທດແຫ່ງ ສສ.ຫວຽດນາມ ພາຍຫຼັງໄລຍະ 22 ປີ, ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ ເຂົ້າສູ່ລວງເລິກ, ແທດຈິງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup.

Top