• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ Bybit

ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ໄດ້ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນພັດທະນາຂອງຕະຫຼາດຊັບສົມບັດດີຈີຕອນຢູ່ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ
  ທີ່ການຕ້ອນຮັບ (ພາບ: baotintuc.vn)  

ວັນ​ທີ 04 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ວັນ​ທັງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Ben Zhou, ຜູ້​ຮ່ວມກໍ່​ຕັ້ງ, ທັງ​ເປັນ​ຜູ​້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Bybit, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາຕະ​ຫຼາດ​ຫຸ້ນຊັບ​ສົມ​ບັດດີ​ຈີ​ຕອນ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ປະ​ຈຸ​ບັນ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ Dubai, ສະ​ຫະ​ລັດ​ອາ​ຣັບ​ເອັ​ມມີ​ເ​ຣດ (UAE).

ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ວັນ​ທັງ ໄດ້​ເນັ້ນ​ໜັກວ່າ ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຂອງ​ຕະ​ຫຼາດຊັບ​ສົມ​ບັດດີ​ຈີ​ຕອນຢູ່ ຫວຽດ​ນາມ ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ; ທ່ານ​ຢືນ​ຢັນ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ່​ສົ່ງ​ເສີມ​ນະ​ວັດ​ຕະ​ກຳ ແລະ ນຳ​ໃຊ້​ບັນ​ດາ​ຮູບ​ແບບ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່; ທ່ານ​ຫວັງ​ວ່າ Bybit ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ອົງ​ກາ​ນ​ຄຸ້ມ​ຄອງ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ສ້າງ ແລະ ພັດ​ທະ​ນາ​ຕະ​ຫຼາດ​ຊັບ​ສົມ​ບັດ​ດີ​ຈີ​ຕອນ, ບົນ​ພື້ນ​ຖານ​ມີ​ຄວາມ​ກົມ​ກຽວ​ດ້ານ​ຜົນ​ປະ​ໂຫຍດ​ຂອງ​ລັດ, ນັກ​ລົງ​ທຶນ ແລະ ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ສ້າງ​ຕະ​ຫຼາດ​ທີ່​ປອດ​ໂປ່ງ, ຈະ​ແຈ້ງ ແລະ ມີ​ປະ​ສິ​ດ​ທິ​ຜົນ.

ສ່ວນ​ທ່ານ Ben Zhou, ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Bybit ສະ​ແດງ​ຄວາມ​ພ້ອ​ມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ ແລະ ແບ່ງ​ປັນ​ບົດ​ຮຽນ​ສາ​ກົນ​ໃນ​ການ​ສ້າງ, ບຳ​ລຸງ​ສ້າງ​ແຫ​ຼ່ງ​ຊັບ​ພະ​ຍາ​ກອນ​ໃຫ້​ແກ່​ຂົງ​ເຂດນີ້.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ຕາມ​ຖະ​ແຫຼງ​ການ​ຂອງ​ທ່ານ Bezalel Smotrich ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອິດ​ສະ​ຣາ​ແອັນ ໃນ​ວັນ​ທີ 03 ມິ​ຖຸ​ນາ, ບັນ​ດາ​ເຮືອ​ນຫຼັງ​ໃໝ່​ຈະ​ປັບ​ປຸງ​ສິ​ດ​ຄວບ​ຄຸມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ​ເຂດ​ດິນ​ແດນ​ນີ້, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຂອງ ອິ​ດ​ສະ​ຣາ​ແອັນ ແນ​ໃສ່​ສະ​ກັດ​ກັ້ນ​ການ​ສ້າງ​ຕັ້ງ​ລັດ​ກໍ່​ການ​ຮ້າຍ​ຢູ່​ໃຈກາງ​ປະ​ເທດ​ນີ້.

Top