• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລຂາທິການໃຫຍ່, ແລະປະທານປະເທດ ໂຕເລີມ ໄດ້ຕ້ອນຮັບທູດພິເສດຂອງປະທານາທິບໍດີ ອາເຊັກໃບຊານ

ຕອນບ່າຍວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Elchin Amirbayov, ທູດພິເສດຂອງປະທານາທິບໍດີ ສ.ອາເຊັກໃບຊານ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທີ່​ການຕ້ອນຮັບ (ພາບ: VNA)  

ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ເນັ້ນໜັກວ່າ ເລື່ອງ​ສອງປະ​ເທດຍົກລະດັບການພົວພັນຂຶ້ນ​ເປັນຄູ່ຮ່ວມມືຍຸດທະສາດ ​ເນື່ອງ​ໃນ​ໂອ​ກາດການຢ້ຽມ​ຢາມ​ທາງລັດຖະກິດ ອາ​ເຊັກ​ໃບ​ຊານ ໃນເດືອນ ພຶດສະພາ 2025 ແມ່ນຂີດໝາຍປະ​ຫວັດສາດ, ເປີດໄລຍະ​ພັດ​ທະ​ນາໃໝ່​ໃນການພົວພັນສອງຝ່າຍ. ສອງຝ່າຍໄດ້ເຫັນ​ດີເປັນເອກະພາບ ຈະເພີ່ມທະວີການແລກປ່ຽນ​ຄະ​ນະ​ຜູ້​ແທນຂັ້ນສູງ, ​ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນບັນ​ດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ນ້ຳມັນອາຍແກັສ, ພະລັງງານ, ວິທະຍາສາດ - ເຕັກໂນໂລຊີ; ພ້ອມກັນ​ນັ້ນ​ສ​ືບ​ຕ​ໍ່​ສົມ​ທົບ​ກັນ, ສະໜັບສະໜູນເຊິ່ງກັນແລະກັນຢູ່​ບັນ​ດາເວທີປາໄສຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

ສ່ວນທ່ານທູດພິເສດ Elchin Amirbayov ຢືນຢັນວ່າ ອາ​ເຊັກ​ໃບ​ຊານ ປາດຖະໜາຢາກສືບ​ຕໍ່​ປັບ​ປຸງ​ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້​ການ​ພົວ​ພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາ​ເຊັກ​ໃບ​ຊານ ໃຫ້​ນັບ​ມື້​ນັບແທດ​ຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)

ປະຈຸບັນລັດຖະບານພວມສຸມໃສ່ຕິດພັນກັບບັນດາແຜນການຢ່າງໃກ້ຊິດເພື່ອບັນລຸເປົ້າໝາຍເຕີບໂຕ

ປະຈຸບັນລັດຖະບານພວມສຸມໃສ່ຕິດພັນກັບບັນດາແຜນການຢ່າງໃກ້ຊິດເພື່ອບັນລຸເປົ້າໝາຍເຕີບໂຕ

ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ບັນດາບົດລາຍງານຂອງລັດຖະບານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດ

Top