• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.
ແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສະໜາມບິນ ວັດໄຕ

ເວລາ 14 ໂມງຕອນບ່າຍວັນທີ 17 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ນຳຫນ້າ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງຮອດນະຄອນຫລວງ ວຽງຈັນ ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 45 (AIPA-45) ແຕ່ວັນທີ 17 -19 ຕຸລາ.

ມາຕ້ອນຮັບຄະນະຢູ່ ສະຫນາມບິນສາກົນ ວັດໄຕ ມີ: ທ່ານຮອງປະທານສະພາແຫ່ງຊາດ ລາວ ສົມມາດ ພົນເສນາ, ທ່ານນາງ ວັນດີ ບຸດທະສະວົງ ຮອງຫົວຫນ້າຄະນະກຳມະການການຕ່າງປະເທດ, ທ່ານ ອາຄົມ ປະເສີດ ຮອງເລຂານຸການສະພາແຫ່ງຊາດ ລາວ ແລະ ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ.

ຕໍ່ຈາກນັ້ນ ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

(ແຫຼ່ງຄັດຈາກ VOV)

SCO ຄັດ​ຄ້ານ​ລັດ​ທິ​ອາ​ລັກ​ຂາ, ບັນ​ດາ​ມາດ​ຕະ​ການ​ລົງ​ໂທດແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ

SCO ຄັດ​ຄ້ານ​ລັດ​ທິ​ອາ​ລັກ​ຂາ, ບັນ​ດາ​ມາດ​ຕະ​ການ​ລົງ​ໂທດແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ

ຕອນບ່າຍວັນທີ 16 ຕຸລາ, ກອງປະຊຸມຄັ້ງທີ 23 ຂອງສະພາບັນດາປະມູນລັດ ອົງການຮ່ວມມືຊຽງໄຮ້ (SCO) 2024 ໄດ້ອັດລົງຢູ່ນະຄອນຫຼວງ Islamabad ຂອງປາກິດສະຖານ.

Top