• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນຢູ່ເຂດ Kyushu

ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນເຂດ Kyushu, ມານະພະຍາຍາມຫັນບັນດາຂອບເຂດການຮ່ວມມືໃໝ່ທີ່ໂດຍຜ່ານການຊຸກຍູ້ບັນດາຄູ່ຮ່ວມມືຂັ້ນທ້ອງຖິ່ນລະຫວ່າງເຂດ Kyushu ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ
ການເຮັດວຽກລະຫວ່າງສອງຝ່າຍ

ໃນເວລາຢ້ຽມຢາມແຂວງ Fukuoka, ປະເທດ ຍີ່ປຸ່ນ, ຕອນບ່າຍວັນທີ 29 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນເຂດ Kyushu.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນເຂດ Kyushu, ມານະພະຍາຍາມຫັນບັນດາຂອບເຂດການຮ່ວມມືໃໝ່ທີ່ໂດຍຜ່ານການຊຸກຍູ້ບັນດາຄູ່ຮ່ວມມືຂັ້ນທ້ອງຖິ່ນລະຫວ່າງເຂດ Kyushu ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ; ຊຸກຍູ້ການຮ່ວມມືກັບບັນດາແຂວງ, ຄື: ຫວິງລອງ, ບິ່ງທ້ວນ, ນະຄອນ ເກີນເທີ, ໂດຍຜ່ານການຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນຄະນະທຸກຂັ້ນ, ຊຸກຍູ້ການຮ່ວມມືຂອງບັນດາວິສາຫະກິດເຂດ Kyushu ເຂົ້າ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ທ້ອງຖິ່ນມີທ່າແຮງ, ຄື: ປຸງແຕ່ງ, ປະດິດແຕ່ງ, ໝູນໃຊ້ກະສິກຳອັດສະລິຍະ, ບຳບັດນ້ຳເສຍ…

ທ່ານ Hattori Seitaro, ຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນເຂດ Kyushu ຢັ້ງຢືນວ່າ: ເຂດ Kyushu ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນ ຫວຽດນາມ; ຫວັງຢາກຮັບແຮງງານຄຸນນະພາບສູງ, ນັກເຝິກງານທີ່ມີທັກສະຂອງ ຫວຽດນາມ ມາເຮັດວຽກຢູ່ແຂວງ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top