ເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ ໄດ້ອອກແບບດ້ວຍຄວາມໄວສຸດແມ່ນ 350 ກມ/ຊົ່ວໂມງ, ຊ່ວຍຫຼຸດຜ່ອນເວລາເດີນທາງໄປມາລະຫວ່າງ ຮ່າໂນ້ຍ ແລະ ກວາງນິງ ລົງເຫຼືອພຽງແຕ່ປະມານ 23 ນາທີ.
(ພິທີກົດປຸ່ມເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ)
ຕອນເຊົ້າວັນທີ 12 ເມສາ, ຢູ່ ກວາງນິງ, ແຂວງ ກວາງນິງ ໄດ້ສົມທົບກັບ ນະຄອນ ຮ່າໂນ້ຍ, ຫາຍຟ່ອງ, ບັກນິງ ເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ.
ເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ ໄດ້ອອກແບບດ້ວຍຄວາມໄວສຸດແມ່ນ 350 ກມ/ຊົ່ວໂມງ, ຊ່ວຍຫຼຸດຜ່ອນເວລາເດີນທາງໄປມາລະຫວ່າງ ຮ່າໂນ້ຍ ແລະ ກວາງນິງ ລົງເຫຼືອພຽງແຕ່ປະມານ 23 ນາທີ. ກິດຈະກຳໂດຍບໍລິສັດຫຸ້ນສ່ວນລົງທຶນ ແລະ ພັດທະນາເສັ້ນທາງລົດໄຟຄວາມໄວສູງ VinSpeed (ກຸ່ມບໍລິສັດ Vingroup) ເປັນເຈົ້າຂອງລົງທຶນ ດ້ວຍຍອດເງິນລົງທຶນກວ່າ 147.000 ຕື້ດົ່ງ (ກວ່າ 5,6 ຕື້ USD). ໂຄງການໄປຜ່ານ ຮ່າໂນ້ຍ - ບັກນິງ - ຫາຍຟ່ອງ - ກວາງນິງ ດ້ວຍຄວາມຍາວກວ່າ 120 ກມ. ໂດຍແມ່ນເສັ້ນທາງລົດໄຟຄວາມໄວສູງລະຫວ່າງເຂດທຳອິດທີ່ຜັນຂະຫຍາຍຢູ່ ຫວຽດນາມ, ໂຄງການຈະກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວຂຸດຄົ້ນການຄ້າໃນປີ 2028.
ທີ່ພິທີ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ພ້ອມກັບການນຳ, ອະດີດການນຳພັກ, ລັດ ໄດ້ປະຕິບັດພິທີການຕ່າງໆ ແລະ ກົດປຸ່ມເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ.
(ແຫ່ງຄັດຈາກ VOV)